20:37 | 10/07/2025

ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ແລະ ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ປຶກສາ​ຫາລື​ກ່ຽວ​ກັບ​ກົນ​ໄກ​ປະສານ​ງານ​ໃນ​ສະພາບ​ການ​ໃໝ່

ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ຫງວຽນ​ແທ່ງ​ຕິ້ງ: ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ມານະ​ພະຍາຍາມ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ສາກົນ​ກ່ຽວ​ກັບ​ສິດທິ​ມະນຸດ
ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ແລະ ສະຖານທູດ​ລາວ ປະຈຳ​ຫວຽດນາມ ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ກົນ​ໄກ​ປະສານ​ງານ​ເພື່ອ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ກັບ​ປະຊາຊົນ.

ກອງ​ປະຊຸມ​ ເພື່ອປຶກສາ​ຫາລື​ກ່ຽວ​ກັບ​ກົນ​ໄກ​ປະສານ​ງານ​ລະຫວ່າງ​ສອງ​ອົງການ​ໃນ​ສະພາບ​ການໃໝ່. ພ້ອມ​ກັນ​ນັ້ນ, ກໍ່​ເພີ່ມ​ທະວີ​ການເຊື່ອມຕໍ່ບັນດາຄະນະ, ຫົວໜ່ວຍອົງການ​ປະຈຳ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ກັບ​ບັນດາ​ກົມ, ຫົວໜ່ວຍ​ຂອງ​ກະຊວງ​ການ​ຕ່າງປະ​ເທດ, ເສີມຂະຫຍາຍກຳລັງແຮງສັງລວມ, ຍົກ​ສູງ​ປະສິດທິ​ຜົນ​ຂອງການເຄື່ອນໄຫວການ​ຕ່າງປະ​ເທດ​ຂອງ​ແຕ່ລະ​ອົງການ, ປະກອບສ່ວນ​ປະຕິບັດ​ໄຊຊະນະແນວທາງການ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດ.

ກອງ​ປະຊຸມ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ກ່ຽວ​ກັບ​ໝາກຜົນ​ການປະຕິບັດງານຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ແລະ ໝາກຜົນ​ການ​ສົມທົບ​ກັນ​ລະຫວ່າງ 2 ອົງການ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ​ ພ້ອມກັນນັ້ນ ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ທິດ​ທາງ ​ແລະ ມາດ​ຕະການ​ລະອຽດ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ສົມທົບ​ກັນ​ໃນ​ໄລຍະ​ຈະ​ມາ​ເຖິງ.

ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ແລະ ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ປຶກສາ​ຫາລື​ກ່ຽວ​ກັບ​ກົນ​ໄກ​ປະສານ​ງານ​ໃນ​ສະພາບ​ການ​ໃໝ່
ທ່ານ​ປະທານສະຫະພັນບັນດາອົງການມິຕະພາບ ຫວຽດນາມ ຟານແອງເຊີນ ກ່າວຄຳປາໄສທີ່ກອງປະຊຸມ. (ພາບ: Dinh Hoa)

ຕາມ​ບົດ​ລາຍ​ງານ​ທີ່​ກອງ​ປະຊຸມ​ແລ້ວ, ​ໃນ​ໄລຍະ​ຜ່ານ​ມາ, ​ໃນ​ສະພາບ​ການ​ໂລກ​ທີ່​ມີ​ການ​ປ່ຽນ​ແປງ​ຢ່າງ​ວ່ອງ​ໄວ, ສັບສົນ ​ແລະ ບໍ່​ສາມາດ​ຄາດ​ຄະ​ເນ​ໄດ້, ວຽກ​ງານ​ການ​ຕ່າງປະ​ເທດປະຊາຊົນ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ບັນລຸ​ໄດ້​ບັນດາ​ໝາກຜົນຢ່າງຕັ້ງໜ້າ. ບັນດາໝາກຜົນດັ່ງກ່າວໄດ້ປະກອບສ່ວນສ້າງພື້ນຖານສັງຄົມອັນໜັກແໜ້ນ, ຍົກສູງທີ່ຕັ້ງຂອງປະເທດ, ເພີ່ມທະວີການພົວພັນມິດຕະພາບປະຊາຊົນ, ຍາດແຍ່ງບັນດາແຫຼ່ງກຳລັງສາກົນຢ່າງມີປະສິດທິຜົນ ແລະ ພ້ອມກັບວຽກງານການຕ່າງປະເທດຂອງພັກ, ການທູດຂອງລັດ ກໍ່ສ້າງຈັດວາງກຳລັງການຕ່າງປະເທດຮອບດ້ານ, ຮັບໃຊ້ການພັດທະນາ ແລະ ປົກປັກຮັກສາປະເທດຊາດ.

ປະກອບສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ນັ້ນ​ແມ່ນ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ແທດ​ຈິງ​ລະຫວ່າງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ແລະ ກະຊວງ​ການ​ຕ່າງປະ​ເທດ​ໃນ​ຫຼາຍ​ຂົງ​ເຂດ​ຄື: ການເປັນເສນາທິການ, ສົມທົບ​ກັນ​ສ້າງ​ບັນດາເອກະສານ​ກ່ຽວ​ກັບ​ວຽກງານການ​ຕ່າງປະ​ເທດ; ການເຄື່ອນໄຫວານຕ່າງປະເທດປະຊາຊົນ; ວຽກງານບໍ່ຂຶ້ນກັບລັດຖະບານຕ່າງປະເທດ; ຂໍ້ມູນຕ່າງປະເທດ; ວຽກງານຍ້ອງຍໍ ແລະ ວຽກງານພະນັກງານ. ພ້ອມ​ກັນ​ນັ້ນ, ບັນດາ​ພະນັກງານ, ອະດີດພະນັກງານຂອງກະຊວງ​ການ​ຕ່າງປະ​ເທດ​ເຂົ້າ​ຮ່ວມ​ບັນດາ​ສະມາຄົມ​ມິດຕະພາບ​ທີ່​ເປັນ​ອົງການ​ສະມາຊິກ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຢ່າງຫຼວງຫຼາຍ. ບັນດາ​ອົງການ​ຜູ້ຕາງໜ້າ​ຫວຽດນາມ ຢູ່​ຕ່າງປະ​ເທດ ກໍ່ໜູນ​ຊ່ວຍ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຢ່າງຕັ້ງໜ້າ​ໃນ​ການ​ເຊື່ອມ​ໂຍງ, ຈັດ​ຕັ້ງ​ບັນດາ​ໂຄງການ​ກັບ​ເພື່ອນ​ມິດ​ສາກົນ.

ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ແລະ ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ປຶກສາ​ຫາລື​ກ່ຽວ​ກັບ​ກົນ​ໄກ​ປະສານ​ງານ​ໃນ​ສະພາບ​ການ​ໃໝ່
ຜູ້​ແທນ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ທິດ​ທາງ ​ແລະ ມາດ​ຕະການ​ຍົກ​ສູງ​ປະສິດທິ​ຜົນ​ການ​ສົມທົບ​ລະຫວ່າງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ແລະ ກະຊວງ​ການ​ຕ່າງປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ. (ພາບ: Dinh Hoa)

ກ່າວ​ຄຳ​ປາໄສທີ່​ສະຫຼຸບກອງ​ປະຊຸມ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ໂງເລວັນ ໄດ້ຕີ​ລາຄາ​ສູງ​ຂໍ້​ລິ​ເລີ່​ມຈັດ​ຕັ້ງ​ກອງ​ປະຊຸມ, ຖື​ວ່າ ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ຢ່າງເເທດຈິງໃນ​ສະພາບ​ການ​ໃໝ່. ທ່ານໄດ້ສະແດງຄວາມຊົມເຊີຍສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ມີການປັບປຸງກົງຈັກການຈັດຕັ້ງຂອງຕົນໃຫ້ສົມບູນແບບ, ຢັ້ງຢືນທີ່ຕັ້ງອັນສູງສົ່ງຂອງຕົນເມື່ອປະຕິບັດວຽກງານການທູດປະຊາຊົນຕື່ມອີກໃນລະບົບແນວໂຮມປະເທດຊາດຫວຽດນາມ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຮັບ​ຮູ້​ບັນ​ດາ​ການ​ປະ​ກອບ​ສ່ວນ​ສຳ​ຄັນ, ປະ​ສິດ​ທິ​ຜົນ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ ໃນ​ການຜັນຂະຫຍາຍແນວທາງການ​ຕ່າງ​ປະ​ເທດ​ຂອງ​ພັກ, ພິ​ເສດ​ ບົນຊ່ອງທາງການຕ່າງປະເທດປະ​ຊາ​ຊົນ. ທ່ານໄດ້​ຕີ​ລາຄາ​ວ່າ ວຽກງານປະສານ​ງານ​ລະຫວ່າງ​ສອງ​ອົງການ​ໃນ​ໄລຍະ​ມໍ່ໆ​ມາ​ນີ້​ໄດ້​ດຳ​ເນີນ​ໄປ​ຢ່າງ​ສະດວກ​ສະບາຍ, ແໜ້ນແຟ້ນ, ບໍ່​ມີ​ສິ່ງ​ກີດຂວາງ​ອັນ​ສຳຄັນ​ໃນ​ດ້ານ​ກົນ​ໄກ​ດຳ​ເນີນ​ງານ​ ຫຼື​ ຂະ​ບວນການ​ປະສານ​ງານ. ແຕ່ແນວໃດກໍ່ຕາມ, ສອງ​ຝ່າຍ​ຕ້ອງ​ສືບ​ຕໍ່​ຍົກ​ສູງ​ຄຸນ​ນະພາ​ບການ​ປະສານ​ງານ​ໃນ​ສະພາບ​ການ​ເພີ່ມ​ທະວີ​ຄວາມ​ກົດ​ດັນ​ໃນ​ການ​ເຮັດ​ວຽກ ​ແລະ ບາງ​ລະບຽບ​ກົດໝາຍ​ຍັງ​ບໍ່​ທັນ​ຮັກສາ​ຄວາມ​ເປັນ​ຈິງ.

ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ແລະ ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ປຶກສາ​ຫາລື​ກ່ຽວ​ກັບ​ກົນ​ໄກ​ປະສານ​ງານ​ໃນ​ສະພາບ​ການ​ໃໝ່
ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ໂງເລວັນ ກ່າວຄຳປາໄສທີ່ກອງປະຊຸມ. (ພາບ: Dinh Hoa)

ເພື່ອຍົກສູງປະສິດທິຜົນຂອງການປະສານງານ, ທ່ານຮອງລັດຖະມົນຕີ ສະເໜີສອງຝ່າຍຄົ້ນຄວ້າ ແລະ ສ້າງກົນໄກຮ່ວມມືທີ່ເໝາະສົມ, ສາມາດພາຍໃຕ້ຮູບແບບຂໍ້ຕົກລົງ ຫຼື ແຜນປະຈຳປີ, ເພື່ອເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ, ສ້າງຄວາມເປັນເຈົ້າການ ແລະ ເຂົ້າແກັບເຂົ້າເກັຍກັນດີໃນການຜັນຂະຫຍາຍບັນດາໜ້າທີ່ານທູດປະຊາຊົນ. ທ່ານຢືນຢັນວ່າ ກະຊວງການຕ່າງປະເທດ ພ້ອມແລ້ວທີ່ຈະສົມທົບກັນຢ່າງແໜ້ນແຟ້ນກັບສະຫະພັນບັນດາອົງການມິດຕະພາບຫວຽດນາມ ໃນການປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍ, ພ້ອມນັ້ນຫວັງວ່າ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຈະສືບຕໍ່ເປັນເຈົ້າການໃນການສະເໜີບັນດາມາດຕະການແກ້ໄຂ ເພື່ອຂຸດ​ຄົ້ນ​ທ່າ​ແຮງຂອງ​ຊ່ອງ​ທາງ​ການ​ທູດ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ການ​ພົວພັນ​ກັບ​ແຕ່ລະ​ຄູ່​ຮ່ວມ​ມື​ສະ​ເພາະ.

ເຫັນດີກັບຂໍ້ສະເໜີຂອງທ່ານຮອງລັດຖະມົນຕີການຕ່າງປະເທດ ໂງເລວັນ, ທ່ານປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ຟານແອງເຊີນ ສະເໜີໃຫ້ 2 ຝ່າຍສືບຕໍ່ສຳເລັດກົນໄກການປະສານງານ, ກໍ່ສ້າງບັນດາລະບຽບການເຮັດວຽກຮ່ວມ, ເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ ແລະ ສົມທົບກັນລະຫວ່າງບັນດາຫົວໜ່ວຍວິຊາສະເພາະ ເພື່ອຍົກສູງປະສິດທິຜົນການເຄື່ອນໄຫວວຽກງານການທູດປະຊາຊົນ.

ທ່ານສະ​ເໜີ​ໃຫ້​ກະຊວງ​ການ​ຕ່າງປະ​ເທດ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ມີ​ຄວາມເປັນເຈົ້າການກ່ວາ​ອີກ​ໃນ​ການ​ເກັບ​ກຳ​ຂໍ້​ມູນ​ກ່ຽວ​ກັບ​ການ​ຢ້ຽມຢາມ, ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ສຳຄັນ​ຂອງ​ພັກ ​ແລະ ລັດ, ຈາກນັ້ນ ມີການກະກຽມຢ່າງທັນການ, ເໝາະ​ສົມບົນຊ່ອງ​ທາງ​ປະຊາຊົນ. ພ້ອມ​ກັນ​ນັ້ນ, ທ່ານ​ຍັງ​ໄດ້​ເນັ້ນ​ໜັກ​ເຖິງ​ການ​ຮັກສາ​ການ​ແລກປ່ຽນ​ກັບ​ບັນດາ​ໜ່ວຍ​ງານ​ວິຊາ​ສະ​ເພາະ​ຂອງ​ກະຊວງ​ເປັນ​ປະຈຳ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການເປັນເສນາທິການ ແລະ ​ແກ້​ໄຂ​ບັນຫາ​ທີ່​ເກີດ​ຂຶ້ນ​ຢ່າງ​ມີ​ປະສິດທິ​ຜົນ.

ກ່ຽວ​ກັບ​ວຽກ​ງານ​ບໍ່ຂຶ້ນກັບລັດຖະບານ​ຕ່າງປະ​ເທດ, ທ່ານ​ກ່າວ​ວ່າ ຕ້ອງ​ມີ​ວິທີ​ການເຂົ້າເຖິງຢ່າງມີໄຫວພິບ, ເໝາະ​ສົມ​ກັບ​ລັກສະນະ​ຊ່ອງ​ທາງ​ຂອງ​ປະຊາຊົນ, ຮັບປະກັນ​ການ​ປະຕິບັດ​ບັນດາ​ແຜນການ, ນະ​ໂຍບາຍໃໝ່ທີ່ບໍ່ເຮັດໃຫ້ຂາດການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ບໍ່​ຂຶ້ນກັບ​ລັດຖະບານ​ຕ່າງປະ​ເທດ​ຢູ່​ຫວຽດນາມ.

ທ່ານ ຟານ​ແອງ​ເຊີນ ກໍ່​ຢືນຢັນ​ເຖິງບົດບາດຊື່ອມ​ໂຍງ, ລະດົມ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ຢູ່ບັນດາບໍລິເວນຍຸດ​ທະ​ສາດ, ພ້ອມກັນນັ້ນ ສະ​ເໜີ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ຢ່າງແທດຈິງ ກັບບັນດາ​ອົງການ​ຜູ້ຕາງໜ້າ​ຫວຽດນາມ ຢູ່​ຕ່າງປະ​ເທດ. ທ່ານເນັ້ນໜັກວ່າ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ຈະສືບຕໍ່ເສີມຂະຫຍາຍບົດບາດເປັນກຳລັງຫຼັກແຫຼ່ງໃນວຽກງານການຕ່າງປະເທດປະຊາຊົນ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືດ້ານການທູດຂອງພັກ, ການທູດຂອງລັດ ແລະ ການທູດປະຊາຊົນຢ່າງມີປະສິດທິຜົນ.

ອົງຄະນະພັກສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ອາຍຸການ 2020 – 2025: ຜ່ານ​ຜ່າ​ບັນດາ​ສິ່ງ​ທ້າ​ທາຍ, ການປ່ຽນໃໝ່ຫຼາຍຢ່າງ ອົງຄະນະພັກສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ອາຍຸການ 2020 – 2025: ຜ່ານ​ຜ່າ​ບັນດາ​ສິ່ງ​ທ້າ​ທາຍ, ການປ່ຽນໃໝ່ຫຼາຍຢ່າງ

ຍສໝ -​ ອາຍຸການ 2020 – 2025 , ​ໃນ​ສະພາບ​ການ​ໂລກ ​ແລະ ພາກ​ພື້ນ​ພວມ​ມີ​ການ​ຜັນ​ຂະຫຍາຍ​ຢ່າງ​ວ່ອງ​ໄວ, ສັບສົນ ​ແລະ ບໍ່​ສາມາດ​ຄາດ​ຄະ​ເນ​ໄດ້, ​ໂດຍ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ນຳ​ພັກ ​ແລະ ລັດ, ອົງຄະນະພັກສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ​ໄດ້​ກຳນົດ, ມານະ​ພະຍາຍາມ, ນະວັດຕະກຳແນວ​ຄິດ ​ແລະ ວິທີເຂົ້າເຖິງ ເພື່ອການນຳ, ຊີ້​ນຳ​ລະບົບ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ບັນລຸ​ໄດ້​ບັນດາ​ຜົນງານ.

ຄະນະກໍ່ສ້າງເລກທີ 64 - 60 ປີ​ແຫ່ງ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ລາວ ຄະນະກໍ່ສ້າງເລກທີ 64 - 60 ປີ​ແຫ່ງ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ລາວ

ຍສໝ - ວັນທີ 22 ມິຖຸນາ, ຢູ່ຮ່າໂນ້ຍ,ຄະນະກໍ່ສ້າງເລກທີ 64 - ຫົວໜ່ວຍຂຶ້ນກັບກະຊວງຄົມມະນາຄົມຂົນສົ່ງ (ປະຈຸບັນແມ່ນກະຊວງກໍ່ສ້າງ) ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ, ໂດຍການເຂົ້າຮ່ວມຂອງທ່ານ ສົມມາດ ພົນເສນາ, ຮອງປະທານສະພາແຫ່ງຊາດລາວ, ບັນດາການນໍາກະຊວງ, ສະຖານທູດ ແລະ ພະນັກງານ-ລັດຖະກອນ 300 ກວ່າຄົນ.

ມີງດຶກ

Link: https://huunghivietlao.thoidai.com.vn/detail-article-21003.html

In bài biết