08:47 | 25/07/2018

ທ່ານປະທານປະເທດ ເຈີນດ້າຍກວາງ ຕ້ອນຮັບປະທານສະພາຕໍ່າ ອົດສະຕາລີ

ທ່ານປະທານປະເທດ ເຈີນດ້າຍກວາງ ຕ້ອນຮັບປະທານສະພາຕໍ່າ ອົດສະຕາລີ

ທ່ານເຈີນດ້າຍກວາງປະທານປະເທດຫວຽດນາມ ຕ້ອນຮັບທ່ານ Tony Smith ປະທານສະພາຕໍ່າ ອົດສະຕາລີ.(ພາບ: VOV.Vn) ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍຖືເປັນສໍາຄັນການພົວພັນມິດຕະພາບ ແລະ ຄູ່ຮ່ວມມືຍຸດທະສາດກັບອົດສະຕາລີ. ທ່ານປະທານປະເທດ ຖືວ່າ ໃນໄລຍະຈະມາເຖິງ ສອງປະເທດຄວນສືບຕໍ່ຍູ້ແຮງການຮ່ວມມືໃຫ້ແທດຈິງກວ່າ, ໂດຍສະເພາະແມ່ນໃນບັນດາຂົງເຂດເສົາຄໍ້າ ແລະ ບັນດາຂົງເຂດທີ່ສອງປະເທດມີຄວາມສາມາດບົ່ມຊ້ອນ ຄື ເສດຖະກິດ - ການຄ້າ - ການລົງທຶນ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການສຶກສາ - ບໍາລຸງສ້າງ, ກະສິກໍາເຕັກໂນໂລຢີສູງ, ການໜູນຊ່ວຍກັນເພື່ອພັດທະນາ...

ທ່ານປະທານປະເທດ ເຈີນດ້າຍກວາງ ມີຄວາມປາດຖະໜາວ່າ ອົດສະຕາລີ ຈະສືບຕໍ່ໜູນຊ່ວຍຫວຽດນາມພັດທະນາແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ, ເພີ່ມປະລິມານທຶນການສຶກສາຈາກລັດຖະບານ, ໜູນຊ່ວຍການບໍາລຸງສ້າງວິຊາຊີບ ແລະ ພາສາອັງກິດອີກດ້ວຍ. ນອກຈາກນັ້ນ, ທ່ານປະທານປະເທດ ກໍໄດ້ສະເໜີວ່າ ທາງອົດສະຕາລີຈະສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວຫວຽດນາມດໍາລົງຊີວິດ, ອອກແຮງງານ ແລະ ຮໍ່າຮຽນຢ່າງສອດຄ່ອງກັບກົດໝາຍຂອງປະເທດປະຈໍາຖິ່ນ, ປະກອບສ່ວນເຂົ້າໃນການພັດທະນາຂອງແຕ່ລະປະເທດກໍຄືການພົວພັນສອງຝ່າຍ. ທ່ານປະທານປະເທດ ເຈີນດ້າຍກວາງ ໃຫ້ຮູ້ວ່າ ຫວຽດນາມກໍຈະສ້າງເງື່ອນໄຂໃຫ້ພົນລະເມືອງຂອງອົດສະຕາລີ ເຂົ້າມາຫວຽດນາມ ທ່ອງທ່ຽວ, ຮໍ່າຮຽນ, ລົງທຶນ ແລະ ດໍາເນີນທຸລະກິດ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມື ແລະ ນໍ້າໃຈມິດຕະພາບລະຫວ່າງສອງປະເທດ.

(ແຫຼ່ງ​ຂໍ້​ມູນ​: vov5)

Link: https://huunghivietlao.thoidai.com.vn/detail-article-2099.html

In bài biết