08:17 | 12/07/2018

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເຮັດວຽກກັບຄະນະຮັບຜິດຊອບວຽກງານພັກກະຊວງອຸດສາຫະກຳ ແລະ ການຄ້າ

ກ່ຽວກັບໝາກຜົນແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ, ທິດທາງໜ້າທີ່ຈຸດສຸມປີ 2018 ແລະ ຊຸມປີຕໍ່ໄປ.


ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເຮັດວຽກກັບຄະນະຮັບຜິດຊອບວຽກງານພັກກະຊວງອຸດສາຫະກຳ ແລະ ການຄ້າ

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເຮັດວຽກກັບຄະນະຮັບຜິດຊອບວຽກງານພັກກະຊວງອຸດສາຫະກຳ ແລະ ການຄ້າ.(ພາບ: VOV)

ພາຍຫລັງໄດ້ຮັບຟັງບົດລາຍງານຂອງຄະນະຮັບຜິດຊອບວຽກງານພັກກະຊວງອຸດສາຫະກຳ ແລະ ການຄ້າ ແລະ ຄຳຄິດເຫັນຂອງບັນດາຄະນະ, ກະຊວງ, ຂະແໜງການ, ອົງການສູນກາງ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເນັ້ນໜັກວ່າ: ກະຊວງອຸດສາຫະກຳ ແລະ ການຄ້າມີທີ່ຕັ້ງ, ບົດບາດສຳຄັນແຖວໜ້າໃນພາລະກິດປ່ຽນແປງໃໝ່, ເຊື່ອມໂຍງເຂົ້າກັບສາກົນ, ຍູ້ແຮງການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ພັດທະນາປະເທດຊາດຢ່າງວ່ອງໄວ ແລະ ໝັ້ນຄົງ. ມາຮອດປັດຈຸບັນ, ອຸດສາຫະກຳ, ການຄ້າ ແລະ ການບໍລິການໄດ້ປະກອບສ່ວນກ່ວາ 80% GDP, ປະມານ 70% ການເກັບລາຍຮັບງົບປະມານແຫ່ງລັດ.

ປີ 2018 ແມ່ນປີທີ 3 ຂອງອາຍຸການຊຸດທີ 12 - ປີບານພັບຕັດສິນໄຊຊະນະຂອງການປະຕິບັດຄາດໝາຍ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມໄລຍະ 5 ປີໂດຍກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກວາງອອກ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ສະເໜີຂະແໜງອຸດສາຫະກຳ ແລະ ການຄ້າ ກຳແໜ້ນແນວທາງ, ທັດສະນະ, ແຜນນະໂຍບາຍທີ່ມີລັກສະນະຍຸດທະສາດຂອງພັກໃຫ້ໝັ້ນຄົງ…ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ປາດຖະໜາວ່າ ຂະແໜງອຸດສາຫະກຳ ແລະ ການຄ້າສືບຕໍ່ຍູ້ແຮງ ແລະ ປະຕິບັດວຽກງານກໍ່ສ້າງພັກ ແລະ ລະບົບການເມືອງໃຫ້ດີກ່ວາອີກ. ດ້ວຍບົດບາດ, ທີ່ຕັ້ງສຳຄັນພິເສດ ແລະ ຂອບຂະໜາດ, ເປົ້າໝາຍຊີ້ນຳຄຸ້ມຄອງກ້ວາງຂວາງ, ສັບສົນ, ຂະແໜງອຸດສາຫະກຳ ແລະ ການຄ້າ ຍາມໃດກໍ່ຕ້ອງເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງຖັນແຖວພະນັກງານໃຫ້ເໝາະສົມກັບໜ້າທີ່, ເປັນຕົ້ນແມ່ນພະນັກງານການນຳ, ຄຸ້ມຄອງ.

(ແຫຼ່ງ​ຂໍ້​ມູນ​: vov5)

Link: https://huunghivietlao.thoidai.com.vn/detail-article-2093.html

In bài biết