11:26 | 02/06/2025

ປະກອບສ່ວນສ້າງ “ລະບົບນິເວດພາສາຫວຽດນາມ ທົ່ວໂລກ”

ສ້າງ ແລະ ນຳໃຊ້ເຄືອຂ່າຍຄວາມເກັ່ງກ້າສາມາດໜຸ່ມ ຫວຽດນາມ ທົ່ວໂລກ
ທົ່ວໂລກ ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ເກືອບ 41.500.000 ຄົນ, ໃນນັ້ນ ມີ ກວ່າ 1.135.600 ຄົນ ເສຍຊີວິດ

ຕາມສະຖານກົງສຸນໃຫຍ່ຫວຽດນາມ ປະຈໍາ Fukuoka ແລ້ວ, ການສຳມະນາໄດ້ດຶງດູດຄວາມສົນໃຈຂອງເກືອບ 1.000 ຄົນ, ໃນນັ້ນມີຜູ້ແທນເກືອບ 50 ຄົນເຂົ້າຮ່ວມຢ່າງໂດຍກົງຢູ່ Fukuoka, ຜູ້ແທນ 105 ຄົນທີ່ລົງທະບຽນອອນລາຍຈາກ 20 ປະເທດ ແລະ ເຂດແຄ້ວນ, ເກືອບ 800 ຄົນຮັບຊົມຜ່ານເວທີດີຈີຕອນ. ບັນດາ​ຜູ້​ແທນ​ທີ່​ມາ​ຈາກ​ຫຼາຍ​ມະຫາວິທະຍາ​ໄລ​ຢູ່​ຫວຽດນາມ, ຍີ່ປຸ່ນ, ສ.​ເກົາຫຼີ, ນັກ​ຄົ້ນ​ຄ້ວາ, ອາຈານ, ຜູ້ຕາງໜ້າ​ບັນດາ​ສະມາຄົມ​ຫວຽດນາມ, ​ແລະ ພໍ່​ແມ່​ປະຊາຊົນ​ຫຼາຍຄົນ​ທີ່​ມີລູກ​ຫຼານ​ຮຽນ​ພາສາ​ຫວຽດນາມ.

ປະກອບສ່ວນສ້າງ “ລະບົບນິເວດພາສາຫວຽດນາມ ທົ່ວໂລກ”
ການສຳມະນາ​ສາ​ກົນ “ຄວາມ​ສຳ​ຄັນ​ຂອງ​ການ​ສອນ ແລະ ການ​ປົກ​ປັກ​ຮັກ​ສາ​ພາ​ສາ ແລະ ວັດ​ທະ​ນະ​ທຳ​ຫວຽດ​ນາມ ສຳ​ລັບ​ຊຸມ​ຊົນ​ຊາວ​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ”. (ພາບ: ກົງສຸນໃຫຍ່ຫວຽດນາມ ປະຈຳ Fukuoka)

ກ່າວ​ຄຳປາໄສທີ່​ການສຳມະນາ, ທ່ານ​ນາງ ກົງສຸນໃຫຍ່ຫວຽດນາມ ປະຈຳ Fukuoka ຫວູຈີ່ມາຍ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງພາສາຫວຽດນາມ ຕໍ່ກັບປະຊາຄົມຊາວ ຫວຽດນາມ ປະຈຳ ຍີ່ປຸ່ນ ກ່ວາ 600.000 ຄົນ, ພິເສດແມ່ນຢູ່ເຂດ Kyushu, Okinawa ແລະ ພາກກາງ - ພາກໃຕ້ ຍີ່ປຸ່ນ - ເຊີ່ງເປັນບ່ອນອາໄສຂອງປະມານ 110.000 ຄົນ. ທ່ານນາງກ່າວວ່າ ການສິດສອນ ແລະ ອະນຸລັກຮັກສາພາສາຫວຽດນາມ ບໍ່ພຽງແຕ່ຮັກສາເອກະລັກວັດທະນະທຳເທົ່ານັ້ນ, ຫາກຍັງປະກອບສ່ວນສ້າງ “ລະບົບນິເວດພາສາຫວຽດນາມ ທົ່ວໂລກ” - ເຊິ່ງພາສາຫວຽດນາມ ໄດ້ຮັບການຮັກສາ, ພັດທະນາແບບຍືນຍົງ ແລະ ເຊື່ອມໂຍງເຂົ້າກັບສາກົນ.

ທ່ານນາງ ໂງທິແທງມາຍ, ຮອງປະທານຄະນະກຳມາທິການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ຢືນຢັນວ່າ ປະຊາຄົມຊາວ ຫວຽດນາມ ຢູ່ ຍີ່ປຸ່ນ ແລະ ທົ່ວໂລກ ຍາມໃດກໍ່ອະນຸລັກຮັກສາພາສາແມ່ຢ່າງຕັ້ງໜ້າ ຜ່ານການຈັດຕັ້ງບັນດາຫ້ອງຮຽນ, ສູນພາສາຫວຽດນາມ ແລະ ບັນດາການເຄື່ອນໄຫວວັດ​ທະ​ນະ​ທໍາ​. ທ່ານນາງໄດ້ຊົມເຊີຍຂໍ້ລິເລີ່ມຈັດຕັ້ງຫຼັກສູດຮຽນມາດຕະການສອນພາສາ, ວັດທະນະທໍາ ຫວຽດນາມ ໃຫ້ແກ່ເດັກນ້ອຍ ຫວຽດນາມ ຢູ່ Kyushu, ປະເທດ ຍີ່ປຸ່ນ ໂດຍສະຖານກົງສຸນໃຫຍ່ ແລະ ສະມາຄົມ ຫວຽດນາມ ປະຈຳ Fukuoka ຈັດຕັ້ງ, ຢືນຢັນວ່າ ນີ້ແມ່ນຂອງຂວັນອັນລ້ຳຄ່າສຳລັບລຸ້ນໜຸ່ມທີ່ດຳລົງຊີວິດຢູ່ໄກຈາກບ້ານ.

ປະກອບສ່ວນສ້າງ “ລະບົບນິເວດພາສາຫວຽດນາມ ທົ່ວໂລກ”
ບັນດາຜູ້ແທນທີ່ເຂົ້າຮ່ວມການສຳມະນາໄດ້ຖ່າຍຮູບທີ່ລະນຶກ. (ພາບ: ກົງສຸນໃຫຍ່ຫວຽດນາມ ປະຈຳ Fukuoka)

ທີ່​ການສຳມະນາ, ບັນດາ​ຜູ້​ແທນ​ໄດ້ແບ່ງປັນຫຼາຍ​ຂໍ້​ລິ​ເລີ່​ມຈາກ​ປະຊາ​ຄົມ ​ແລະ ​ເຜີຍ​ແຜ່​ປະສົບ​ການຕົວຈິງ. ມີຫຼາຍບົດສະເໜີໄດ້ສະແດງໂດຍນັກຊ່ຽວຊານຫວຽດນາມ, ຍີ່ປຸ່ນ, ໄທ, ໂປໂລຍ, ລາວ, ຊູແອດ ແລະ ສີລັງກາ, ສຸມໃສ່ບັນດາຮູບແບບ, ວິທີການ, ເຄື່ອງມືໜູນຊ່ວຍການສອນພາສາຫວຽດນາມ ໃຫ້ແກ່ເດັກນ້ອຍຊາວຫວຽດນາມ ຢູ່ຕ່າງປະເທດຄື:ສັງລວມບັນດາເອກະສານຕາມທິດທັນສະໄໝ, ນຳໃຊ້ເຕັກໂນໂລຢີດີຈີຕອນ, ເຊື່ອມຊຶມການສຶກສາສິລະປະ, ບຳລຸງສ້າງຄູທ້ອງຖິ່ນ ແລະ ສ້າງສະພາບແວດລ້ອມແຫ່ງການຮຽນຮູ້ທີ່ຕິດພັນກັບຊີວິດວັດທະນະທຳປະຈຳຖິ່ນ.

​ໃນ​ຂອບ​ເຂດ​ຂອງ​ການສຳມະນາ, ສະມາຄົມ​ຊາວ​ຫວຽດນາມ ຢູ່ Fukuoka ​ໄດ້​ປະກາດ​ໂຄງການ​ຮຽບຮຽງປຶ້ມ​ພາສາ​ຫວຽດນາມ ​ໃຫ້​ແກ່​ເດັກນ້ອຍ​ຢູ່ ຍີ່ປຸ່ນ ​ແລະ ສ້າງ “​ເຄືອ​ຂ່າຍ​ສອນ​ພາສາ ​ແລະ ວັດທະນະທຳ ຫວຽດນາມ ຢູ່​ຕ່າງປະ​ເທດ” ​ເພື່ອ​ເຊື່ອມ​ຕໍ່​ບັນດາ​ອາຈານ, ນັກ​ຊ່ຽວຊານ, ພໍ່​ແມ່​ປະຊາຊົນ​ໃນ​ທົ່ວ​ໂລກ.

ພາຍຫຼັງ​ການສຳມະນາ, ຫ້ອງຮຽນຝຶກ​ອົບຮົມ​ວິທີ​ສອນ​ພາສາ​ຫວຽດນາມ ສືບຕໍ່ໄດ້ຮັບການຈັດຕັ້ງ ດ້ວຍການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຜູ້​ຊ່ຽວຊານ​ຫວຽດນາມ ​ແລະ ຍີ່ປຸ່ນ.

ທົ່ວໂລກ ມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍກ່ວາ 26 ລ້ານຄົນ, ໃນນັ້ນມີ ຜູ້ເສຍຊີວິດ 866.540 ຄົນ ທົ່ວໂລກ ມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍກ່ວາ 26 ລ້ານຄົນ, ໃນນັ້ນມີ ຜູ້ເສຍຊີວິດ 866.540 ຄົນ

ອາເມລິກາສືບຕໍ່ແມ່ນປະເທດມີຜູ້ຕິດເຊື້ອພະຍາດ ແລະ ຜູ້ເສຍຊີວິດຫຼາຍທີ່ສຸດໃນໂລກ, ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 6.290.211 ຄົນ ແລະ ຜູ້ເສຍຊີວິດ 198.933 ຄົນ.

ທົ່ວໂລກ ມີຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍກ່ວາ 24.8 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 802.000 ຄົນ ທົ່ວໂລກ ມີຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍກ່ວາ 24.8 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 802.000 ຄົນ

ປັດຈຸບັນ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ຈຳນວນ 1038 ຄົນ, ໃນນັ້ນມີ 663 ຄົນໄດ້ປິ່ນປົວຫາຍດີເປັນປົກກະຕິແລ້ວ ແລະ ມີຜູ້ເສຍຊີວິດ 31 ຄົນ.

ມີງດຶກ

Link: https://huunghivietlao.thoidai.com.vn/detail-article-20897.html

In bài biết