11:23 | 19/06/2019

ການຮ່ວມມື ອາຊຽນ ໃນບັນຫາທະເລຕາເວັນອອກ

ການຮ່ວມມື ອາຊຽນ ໃນບັນຫາທະເລຕາເວັນອອກ

ບັນຍາກາດທີ່ກອງປະຊຸມສົນທະນາ.(ພາບ: dangcongsan.vn)

ໃນຂອບເຂດກອງປະຊຸມສົນທະນາ, ບັນດາຜູ້ແທນກໍໄດ້ປຶກສາຫາລື ແລະ ຍົກອອກບັນດາວິທີການ ຊ່ວຍສ້າງບັນດາບຸລິມະສິດເປັນຮູບປະທຳ, ສ້າງຄວາມໄວ້ເນື້ຶ້ອເຊື່ອໃຈລະຫວ່າງບັນດາປະເທດ ອາຊຽນ ເພື່ອແກ້ໄຂບັນດາບັນຫາທີ່ມີລັກສະນະສະດຸ້ງໄວຢູ່ທະເລຕາເວັນອອກ, ກຳນົດຈຸດລວມ, ພິເສດແມ່ນບັນດາບັນຫາສິ່ງແວດລ້ອມເສື່ອມໂຊມ, ແຫຼ່ງຊັບພະຍາກອນປາໝົດກ້ຽງ.

ກອງປະຊຸມສົນທະນາກ່ຽວກັບທະເລ ຄັ້ງທີ V ໄດ້ດຶງດູດການເຂົ້າຮ່ວມຂອງແຂກຖືກເຊີນກ່ວາ 70 ທ່ານ ເຊິ່ງແມ່ນຜູ້ຕາງໜ້າຂອງບັນດາອົງການຈັດຕັ້ງ, ອົງການທຸຕານຸທູດ, ກະຊວງການຕ່າງປະເທດ, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ພ້ອມກັບບັນດານັກຮຽນຮູ້ ແລະ ຜູ້ແທນສາກົນເພື່ອແລກປ່ຽນກ່ຽວກັບບັນດາມາດຕະການ ແນໃສ່ຊຸກຍູ້ບົດບາດໃຈກາງຂອງອາຊຽນກ່ວາອີກ ກໍ່ຄື ການຮ່ວມມືລະຫວ່າງບັນດາສະມາຊິກໃນກຸ່ມໃນບັນຫາທະເລຕາເວັນອອກ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-208.html

In bài biết