ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແມ່ຫວຽດນາມວິລະຊົນຢູ່ແຂວງ ຕຽນຢາງ, ລອງອານ ແລະ ນະຄອນ ເຫວ໋
![]() |
ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແມ່ຫວຽດນາມວິລະຊົນ ລອງອານ. (ພາບ: ສຳນັກຂ່າວຫວຽດນາມ)
ວັນທີ 08 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳລັດຖະບານ ຫວຽດນາມ ເຈືອງຮ່ວາບີງ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແມ່ຫວຽດນາມວິລະຊົນ, ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ມອບລົດຖີບສົ່ງເສີມການໄປໂຮງຮຽນໃຫ້ນັກຮຽນທຸກຍາກທີ່ຮຽນເກັ່ງຂອງເທດສະບານເມືອງ ກາຍໄລ້ ແລະ ເມືອງ ກາຍໄລ້. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ສະເໜີບັນດາທ້ອງຖິ່ນໃນແຂວງ ສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້ໃນການພັດທະນາພາລະກິດການສຶກສາ, ມຸ່ງໄປເຖິງບັນດາເປົ້າໝາຍລະອຽດ, ແທ້ຈິງ.
ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບີງ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແມ່ຫວຽດນາມວິລະຊົນບັນດາເມືອງເຂດ ດົ່ງທ໋າບເມື່ອຍ ຂອງແຂວງ ລອງອານ. ທ່ານຮອງນາຍົກລັດຖະມົນຕີສະເໜີບັນດາອົງການ, ສຳນັກງານ, ໝູ່ຄະນະ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນແຂວງ ລອງອານ ທຸກຊັ້ນວັນນະ ດ້ວຍບັນດາວຽກງານລະອຽດ, ສືບຕໍ່ສະແດງຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”, ເຂົ້າຮ່ວມຢ່າງມີຄວາມຮັບຜິດຊອບເຂົ້າໃນຂະບວນການ “ທົ່ວປວງຊົນເບິ່ງແຍງດູແລຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ”…
![]() |
ທ່ານ ເຈືອງຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ລົງຢ້ຽມຢາມ, ມອບຂອງຂວັນໃຫ້ທະຫານເສຍອົງຄະ ຟ້າມວັນເຢີ໋ຍ ຢູ່ບ້ານ ຖ້ວນຮວ່າ, ນະຄອນ ເຫວ້. (ພາບ: ສໍານັກຂ່າວສານຫວຽດນາມ).
ກ່ອນໜ້ານັ້ນ ທີ່ນະຄອນ ເຫວ້ (ແຂວງ ເທື່ອທຽນ-ເຫວ້), ທ່ານ ເຈືອງຮວ່າບິ່ງ ກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ໄດ້ລົງຢ້ຽມຢາມບັນດາຄອບຄົວນະໂຍບາຍ, ແມ່ຫວຽດນາມວິລະຊົນ ແລະບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ.
ທີ່ການຢ້ຽມຢາມ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ເຈືອງຮວ່າບິ່ງ ໄດ້ຢື້ຢາມຖາມຂ່າວສະພາບການຂອງບັນດາຄອບຄົວ ແລະສະແດງຄວາມຮູ້ບຸນຄຸນຕໍ່ການເສຍສະຫຼະ, ການປະກອບສ່ວນອັນໃຫຍ່ຫຼວງຂອງບັນດາແມ່ຫວຽດນາມວິລະຊົນ, ບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ ແລະບັນດາຄອບຄົວນະໂຍບາຍທີ່ມີຄຸນງາມຄວາມດີໃນການພາລະກິດຕໍ່ສູ້ຍາດເອົາເອກະລາດ, ອິດສະຫຼະພາບ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ, ພ້ອມທັງຢືນຢັນວ່າ, ປະເທດຊາດ ແລະປະຊາຊົນ ຍາມໃດກໍ່ຈົດຈໍາ, ຮູ້ບຸນຄຸນບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ ແລະທະຫານເຈັບປ່ວຍ, ພ້ອມທັງປາຖະໜາວ່າບັນດາຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີໃນທົ່ວປະເທດລ້ວນແຕ່ມີການດໍາລົງຊີວິດທີ່ອີ່ມໜໍາສໍາລານ, ມີຄວາມຜາສຸກ.
ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ໄດ້ອວຍພອນບັນດາແມ່ຫວຽດນາມວິລະຊົນ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ ແລະຄອບຄົວນະໂຍບາຍຈົ່ງມີສຸຂະພາບເຂັ້ມແຂງ, ສືບຕໍ່ສັ່ງສອນລູກຫຼານປະຕິບັດຕາມແບບຢ່າງທີ່ດີ, ຕັ້ງໜ້າເຮັດວຽກ, ຮໍ່າຮຽນ, ປະກອບສ່ວນສ້າງບ້ານເກີດເມືອງນອນໃຫ້ຮັ່ງມີສວຍງາມ.
(ຫັດທະບູນ)