09:54 | 16/05/2019

ງານວາງສະແດງ ການເດີນທະເລປ້ອງກັນຊາດ ອາຊີ ປີ 2019 ຢູ່ ສິງກະໂປ

ງານວາງສະແດງ ການເດີນທະເລປ້ອງກັນຊາດ ອາຊີ ປີ 2019 ຢູ່ ສິງກະໂປ

ທ່ານ Ng Eng Hen ລັດຖະມົນຕີກະຊວງປ້ອງກັນປະເທດສິງກະໂປ ກ່າວຄໍາເຫັນໄຂງານວາງສະແດງ.(ພາບ:bienphong.com.vn)

ງານວາງສະແດງການເດີນທະເລປ້ອງກັນຊາດອາຊີ ປີ 2019 ມີການເຂົ້າຮ່ວມຂອງ 26 ຄະນະທະຫານເຮືອ, ຕໍາຫຼວດທະເລ ແລະ ອົງການປະຕິບັດກົດໝາຍຢູ່ທະເລປະເທດຕ່າງໆ. ທີ່ງານວາງສະແດງ, ກຸ່ມບໍລິສັດ, ບໍລິສັດກວ່າ 200 ແຫ່ງ ທີ່ມາຈາກຫຼາຍປະເທດ ແລະເຂດແຄວ້ນ ໄດ້ແນະນໍາບັນດາເຕັກໂນໂລຢີ, ຜະລິດຕະພັນໃໝ່ຫຼ້າສຸດໃນຂົງເຂດການເດີນທະເລປ້ອງກັນຊາດ ເປັນຕົ້ນຄື: ບັນດາລະບົບສູ້ຮົບ; ເຕັກໂນໂລຢີປ້ອງກັນຄວາມໝັ້ນຄົງ ແລະ ຄວາມປອດໄພການເດີນທະເລ...

ງານວາງສະແດງ ການເດີນທະເລປ້ອງກັນຊາດ ອາຊີ ປີ 2019 ຢູ່ ສິງກະໂປ

ບັນດາຜູ້ແທນທະຫານເຮືອຫວຽດນາມ ຢ້ຽມຊົມບັນດາຜະລິດຕະພັນໃໝ່ຫຼ້າສຸດທີ່ງານວາງສະແດງ. (ພາບ:bienphong.com.vn)

ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມງານວາງສະແດງການເດີນທະເລປ້ອງກັນຊາດອາຊີ ປີ 2019 ນຳໂດຍທ່ານພົນຈັດຕະວາ ຟ້າມວັນຫວຶງ, ຫົວໜ້າການເມືອງເຫຼົ່າທັບເຮືອ. ຄະນະຜູ້ແທນຫວຽດນາມໄດ້ມີບາງການພົບປະສອງຝ່າຍກັບຜູ້ແທນກະຊວງປ້ອງກັນປະເທດ ແລະ ທະຫານເຮືອບັນດາປະເທດຕ່າງໆ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-206.html

In bài biết