10:57 | 25/06/2018

ຫວຽດນາມ ເປັນປະທານຮ່ວມກອງປະຊຸມ ຄະນະກຳມະການຮ່ວມມືລວມ ອາຊຽນ - ອິນເດຍ ຄັ້ງທີ 18

ຫວຽດນາມ ເປັນປະທານຮ່ວມກອງປະຊຸມ	ຄະນະກຳມະການຮ່ວມມືລວມ ອາຊຽນ - ອິນເດຍ ຄັ້ງທີ 18

ຄະນະຜູ້ຕ່າງໜ້າ ຫວຽດນາມ ປະຈຳ ອາຊຽນ. (ພາບ: TTXVN).

ກອງປະຊຸມໄດ້ດຳເນີນພາຍໃຕ້ການເປັນປະທານຂອງທ່ານເອກອັກຄະລັດຖະທູດ ຫງວຽນຮວັ່ນນາມ ຫົວໜ້າຄະນະຜູ້ຕ່າງໜ້າ ຫວຽດນາມ ປະຈຳ ອາຊຽນ ແລະ ທ່ານເອກອັກຄະລັດຖະທູດ ອິນເດຍ ປະຈຳ ອາຊຽນ Suresh.K.Reddy ພ້ອມດ້ວຍການເຂົ້າຮ່ວມຂອງເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕ່າງໜ້າບັນດາປະເທດ ອາຊຽນ.

2 ຝ່າຍໄດ້ເຫັນດີເປັນເອກະສັນໃນປີ 2018, ອາຊຽນ ແລະ ອິນເດຍ ຄວນສືບຕໍ່ຮັກສາການປະຕິບັດ, ຮັບປະກັນການຜັນຂະຫຍາຍບັນດາການກະທຳທີ່ຍັງເຫຼືອຂອງໂຄງການດຳເນີນງານ ອາຊຽນ - ອິນເດຍ 2016 – 2020 ຢ່າງມີປະສິດທິຜົນ.

ທີ່ກອງປະຊຸມ, ບັນດາປະເທດ ອາຊຽນ ແລະ ອິນເດຍ ຕີລາຄາສູງ ຫວຽດນາມ ດ້ວຍບົດບາດເປັນປະເທດປະສານງານການພົວພັນ ອາຊຽນ - ອິນເດຍ ໄລຍະ 2015 – 2018 ໄດ້ຍົກອອກບັນດາຂໍ້ລິເລີ່ມແທດຈິງ ເພື່ອຊຸກຍູ້ການຮ່ວມມື, ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສຳຄັນ ເພື່ອສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ - ອິນເດຍ ໃນປີ 2017, ປະກອບສ່ວນຍົກສູງການພົວພັນ ອາຊຽນ - ອິນເດຍ ຂຶ້ນສູ່ລະດັບສູງໃໝ່.

(ແຫຼ່ງ​ຂໍ້​ມູນ​: vov5)

Link: https://huunghivietlao.thoidai.com.vn/detail-article-2047.html

In bài biết