10:32 | 20/05/2019

ປິດກອງປະຊຸມ ASEM

ປິດກອງປະຊຸມ ASEM

ບັນຍາກາດທີ່ກອງປະຊຸມ ASEM. (ພາບ: qdnd.vn)

ກອງປະຊຸມຄັ້ງນີ້ໄດ້ເຫັນດີເປັນເອກະພາບຫຼາຍມາດຕະການເພີ່ມທະວີການສົມທົບກັນກະທໍາໃນ ASEM; ໂດຍສະເພາະແມ່ນຊຸກຍູ້ການປະກອບສ່ວນຂອງ ASEM ໃຫ້ຄວາມມານະພະຍາຍາມຂອງທົ່ວໂລກໃນການຜັນຂະຫຍາຍໂຄງການດຳເນີນງານ 2030 ເພື່ອການພັດທະນາແບບຍືນຍົງ, ຂໍ້ຕົກລົງປາຣີກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ.

ນອກຈາກນັ້ນ, ກອງປະຊຸມຍັງເຫັນດີເປັນເອກະພາບຕໍ່ຄວາມຮັບຮູ້ ແລະ ການກະທໍາ ເພື່ອຮັບປະກັນການພັດທະນາແບບຍືນຍົງ, ມີຫົວຄິດປະດິດສ້າງ ແລະ ກວມລວມກາຍເປັນເປົ້າໝາຍສູງສຸດຂອງການເຕີບໂຕ ແລະ ກຳລັງໜູນໃຫ້ຄວາມວັດທະນາຖາວອນ; ຖືປະຊາຊົນເປັນໃຈກາງຂອງການພັດທະນາໃນທຸກຂໍ້ລິເລີ່ມ ແລະກົນໄກຮ່ວມມືຂອງ ASEM; ສ້າງເຄືອຂ່າຍເຊື່ອມຕໍ່ ແລະ ແບ່ງປັນຂໍ້ມູນຂ່າວສານລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງ; ຕິດພັນບັນດາຂໍ້ລິເລີ່ມ, ໂຄງການ ແລະ ບັນດາກຸ່ມຮ່ວມມືສະເພາະຂະແໜງ ASEM ກ່ຽວກັບການເພີ່ມສິດອຳນາດໃຫ້ແກ່ແມ່ຍິງ, ຫຼຸດຜ່ອນຄວາມທຸກຍາກ, ການສຶກສາ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-204.html

In bài biết