08:00 | 11/07/2024

ຫວຽດນາມ-ສະຫະພັນລັດເຊຍ: ແລກປ່ຽນທິດທາງຮ່ວມມືຮອດປີ 2030

ຮອງນາຍົກລັດຖະມົນຕີຫວຽດນາມ ເຈິ່ນຮົ່ງຮ່າ ປະຊຸມທາງອອນລາຍກັບຮອງນາຍົກລັດຖະມົນຕີ ລັດເຊຍ Dmitry Chernyshenko
ຮອງນາຍົກລັດຖະມົນຕີ ສອງທ່ານ ໄດ້ຫວນຄືນສະພາບການຮ່ວມມື ແລະຕີລາຄາບັນດາໝາກຜົນຕັ້ງໜ້າທີ່ບັນລຸໄດ້ໃນບົດບັນທຶກກອງປະຊຸມ ຄັ້ງທີ 24 ຄະນະກໍາມະການລະຫວ່າງລັດຖະບານ ຫວຽດນາມ - ລັດເຊຍ ກ່ຽວກັບການຮ່ວມມືດ້ານເສດຖະກິດ-ການຄ້າ ແລະວິທະຍາສາດ-ເຕັກນິກ (ເດືອນເມສາ ປີ 2023); ເຫັນດີເປັນເອກະພາບພ້ອມກັນມານະພະຍາຍາມ ສະເໜີບັນດາມາດຕະການ ເພື່ອແນໃສ່ຍົກສູງປະສິດທິຜົນການຮ່ວມມືສອງຝ່າຍ, ບົນພື້ນຖານການຕອບສະໜອງຜົນປະໂຫຍດຂອງແຕ່ລະປະເທດ ແລະການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ. ຮອງນາຍົກລັດຖະມົນຕີ ສອງທ່ານ ຢັ້ງຢືນວ່າ ຈະຊີ້ນໍາບັນດາກະຊວງ, ຂະແໜງການຂອງສອງປະເທດ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອກະກຽມໃຫ້ແກ່ກອງປະຊຸມ ຄັ້ງທີ 25 ຄະນະກໍາມະການລະຫວ່າງລັດຖະບານ ຫວຽດນາມ - ລັດເຊຍ ກ່ຽວກັບການຮ່ວມມືດ້ານເສດຖະກິດ-ການຄ້າ ແລະວິທະຍາສາດ-ເຕັກນິກ ໃຫ້ເປັນຢ່າງດີ, ຄາດວ່າຈະດໍາເນີນໃນປີ 2024.

Link: https://huunghivietlao.thoidai.com.vn/detail-article-20363.html

In bài biết