00:00 | 21/12/2024

ຫວຽດນາມ ຖືເປັນສໍາຄັນການພົວພັນທີ່ເປັນມູນເຊື້ອ ແລະການຮ່ວມມືກັບ ອານເຊີລີ

ຫວຽດນາມ ຖືເປັນສໍາຄັນການພົວພັນທີ່ເປັນມູນເຊື້ອ ແລະການຮ່ວມມືກັບ ອານເຊີລີ

ທ່ານປະທານປະເທດ ໄດ້ສະແດງຄວາມເຄົາລົບຕໍ່ນໍ້າໃຈສາມັກຄີ, ການສະໜັບສະໜູນອັນລໍ້າຄ່າເຊິ່ງລັດຖະບານ ແລະປະຊາຊົນອານເຊີລີ ມອບໃຫ້ຫວຽດນາມ ໃນຊຸມເດືອນປີຍາດເອົາເອກະລາດຊາດກ່ອນນີ້ກໍ່ຄືໃນໄລຍະສ້າງສາ ແລະພັດທະນາປະເທດຄືໃນປະຈຸບັນ. ຕີລາຄາສູງບົດບາດ ແລະທີ່ຕັ້ງສໍາຄັນຂອງ ອານເຊີລີ ຢູ່ທະວີບອາຟຣີກາ, ທ່ານປະທານປະເທດ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືການພົວພັນທີ່ເປັນມູນເຊື້ອ ແລະການຮ່ວມມືຮອບດ້ານກັບ ອານເຊີລີ; ເຊື່ອໝັ້ນວ່າ ສອງຝ່າຍຈະສືບຕໍ່ເພີ່ມທະວີການຮ່ວມມືເລິກເຊິ່ງ ກວ້າງຂວາງກວ່າອີກໃນທຸກຂົງເຂດ, ພິເສດແມ່ນການເມືອງ-ການຕ່າງປະເທດ, ເສດຖະກິດ-ການຄ້າ-ການລົງທຶນ, ວັດທະນະທໍາ, ການສຶກສາ, ພົບປະແລກປ່ຽນປະຊາຊົນ ເພື່ອໃຫ້ສົມກັບຄວາມສາມາດບົ່ມຊ້ອນຂອງແຕ່ລະປະເທດ. ພາບ:​ ຫງວຽນແອງຕວ໊ນ

Link: https://huunghivietlao.thoidai.com.vn/detail-article-20224.html

In bài biết