00:00 | 19/12/2024

ສົມກັບນາມມະຍົດທະຫານລຸງໂຮ່ ຕະຫຼອດໄປ

ສົມກັບນາມມະຍົດທະຫານລຸງໂຮ່ ຕະຫຼອດໄປ

80 ປີແຫ່ງການສ້າງຕັ້ງ, ຕໍ່ສູ້, ຍາດເອົາໄຊຊະນະ ແລະເຕີບໃຫຍ່ຂອງກອງທັບປະຊາຊົນຫວຽດນາມ ມີການປະກອບສ່ວນອັນໃຫຍ່ຫຼວງກ່ຽວກັບເຫື່ອແຮງ, ພູມປັນຍາ ແລະເລືອດເນື້ອຂອງນັກຮົບເກົ່າຫວຽດນາມ ລຸ້ນຕ່າງໆ. ດ້ວຍຈິດໃຈຕັ້ງໜ້າເປັນເຈົ້າການຜ່ານຜ່າທຸກຄວາມຫຍຸ້ງຍາກ, ສາມັກຄີ, ມານະພະຍາຍາມສູ້ຊົນ, ສະມາຄົມນັກຮົບເກົ່າຫວຽດນາມ ໄດ້ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ. ນັກຮົບເກົ່າຮຸ່ນຕ່າງໆໄດ້ຕັ້ງໜ້າກໍ່ສ້າງລະບົບການເມືອງທີ່ໝັ້ນຄົງ ເຂັ້ມແຂງ, ເຂົ້າຮ່ວມການພັດທະນາເສດຖະກິດ - ສັງຄົມ, ໄດ້ຮັບການຕີລາຄາສູງຈາກຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນ. ໂດຍໄດ້ຮັບຄວາມຮັກແພງ ແລະຄວາມເຄົາລົບນັບຖືຈາກຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນໂທ ເບ໊ຊວນເຈື່ອງ ປະທານສະມາຄົມນັກຮົບເກົ່າຫວຽດນາມ ໄດ້ຕາງໜ້າໃຫ້ນັກຮົບເກົ່າຫວຽດນາມ ຮຸ່ນຕ່າງໆ ສະແດງຄວາມຕັດສິນໃຈເບິ່ງແຍງດູແລກໍ່ສ້າງສະມາຄົມໃຫ້ໝັ້ນຄົງເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ສ້າງມະມາຊິກສະມາຄົມໃຫ້ມີຄຸນທາດ, ກໍາລັງຄວາມສາມາດ, ຄຸນທາດທາງດ້ານການເມືອງທີ່ໝັ້ນຄົງເຂັ້ມແຂງ, ປົກປັກຮັກສາ ແລະເສີມຂະຫຍາຍຄຸນທາດທະຫານລຸງໂຮ່, ປະກອບສ່ວນເສີມສ້າງມູນເຊື້ອອັນສະຫງ່າລາສີຂອງສະມາຄົມນັກຮົບເກົ່າຫວຽດນາມ ແລະກອງທັບປະຊາຊົນຫວຽດນາມ ວິລະຊົນ. ພາບ: ຫວຽດຈູງ

Link: https://huunghivietlao.thoidai.com.vn/detail-article-20212.html

In bài biết