00:00 | 18/12/2024

ຫວຽດ​ນາມ ແລະ ກູ​ບາ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ຜະ​ລິດ​ເຂົ້າ​ສານ

ຫວຽດ​ນາມ ແລະ ກູ​ບາ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ຜະ​ລິດ​ເຂົ້າ​ສານ

ທີ່ການເຮັດວຽກ, ທ່ານ ຫງວຽນແທັງງິ ລັດຖະມົນຕີກະຊວງກໍ່ສ້າງຫວຽດນາມ ໃຫ້ຮູ້ວ່າ ທາງກະຊວງກໍ່ສ້າງຫວຽດນາມ ຈະສ້າງທຸກເງື່ອນໄຂສະດວກເພື່ອຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າ ແລະການລົງທຶນລະຫວ່າງສອງປະເທດ; ໃນນັ້ນ ຂົງເຂດກະສິກຳ ຍາມໃດກໍໄດ້ຮັບຄວາມເອົາໃຈໃສ່ຢ່າງໃຫຍ່ຫຼວງ. ທາງກະຊວງ ກໍມີຄວາມເອົາໃຈໃສ່ຕໍ່ການຊຸກຍູ້ບັນດາວິສາຫະກິດຫວຽດນາມ ເຂົ້າຮ່ວມການລົງທຶນຜະລິດ, ດຳເນີນທຸລະກິດຢູ່ກູບາ, ພິເສດ ແມ່ນບັນດາວິສາຫະກິດເຄື່ອນໄຫວໃນຂົງເຂດກະສິກຳ. ທ່ານລັດຖະມົນຕີ ຫງວຽນແທັງງິ ກໍສະເໜີໃຫ້ກະຊວງກະສິກຳກູບາ ໜູນຊ່ວຍວິສາຫະກິດ ຫວຽດນາມ ລົງທຶນເຂົ້າໃນຂົງເຂດກະສິກຳຢູ່ ກູບາ ໃນໄລຍະ 2025 – 2027, ຜ່ານນັ້ນ ກໍ່ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ໃຫ້ແກ່ ກູບາ. ພາບ: ສໍານັກຂ່າວສານຫວຽດນາມ

Link: https://huunghivietlao.thoidai.com.vn/detail-article-20206.html

In bài biết