00:00 | 17/12/2024

ເລຂາທິການໃຫຍ່ ໂຕເລິມ ເຮັດວຽກກັບຄະນະເສດຖະກິດສູນກາງພັກ

ເລຂາທິການໃຫຍ່ ໂຕເລິມ ເຮັດວຽກກັບຄະນະເສດຖະກິດສູນກາງພັກ
ທ່ານ ໂຕເລິມ ໄດ້ຢັ້ງຢືນບົດບາດສຳຄັນຂອງຄະນະເສດຖະກິດສູນກາງພັກ ວ່າ ແມ່ນອົງການເປັນເສນາທິການຍຸດທະສາດຂອງພັກ ໃນການວາງແນວທາງ, ແຜນນະໂຍບາຍຂອງພັກ ໃນວິວັດການພັດທະນາເສດຖະກິດສັງຄົມຂອງປະເທດ. ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ຄວາມສ່ຽງທີ່ອາດຈະຖອຍຫຼັງ ແລະເຂວທິດໃນວິວັດການພັດທະນາເສດຖະກິດສາມາດເກີດຂຶ້ນໄດ້ບໍ່ວ່າໃນເວລາໃດ, ສະນັ້ນ, ຄະນະເສດຖະກິດສູນກາງພັກ ຕ້ອງສຸມໃສ່ຄົ້ນຄວ້າເປັນເສນາທິການ ກ່ຽວກັບການກໍານົດທິດພັດທະນາເສດຖະກິດ-ສັງຄົມ ໃຫ້ພັກ ແລະລັດ ໃນໄລຍະຈະມາເຖິງ. ພາບ: ຟ້າມກຽນ

Link: https://huunghivietlao.thoidai.com.vn/detail-article-20204.html

In bài biết