13:40 | 21/05/2019

ສ. ເກົາຫຼີ ເພີ່ມທຶນ ODA ທົບສອງເທົ່າ ໃຫ້ແກ່ບັນດາປະເທດອາຊຽນ

ສ. ເກົາຫຼີ ເພີ່ມທຶນ ODA ທົບສອງເທົ່າ ໃຫ້ແກ່ບັນດາປະເທດອາຊຽນ

ພາບປະກອບ

ອົງການຮ່ວມມືສາກົນ ສ. ເກົາຫຼີ (KOICA) ຄາດຄະເນວ່າຈະເພີ່ມທຶນ ODA ໃຫ້ແກ່ບັນດາປະເທດຄື: ລາວ, ມຽນມາ, ຫວຽດນາມ, ກໍາປູເຈຍ, ອິນໂດເນເຊຍ ແລະ ຟີລິບປິນ ຈາກ 87 ຕື້ Won ໃນປີນີ້ມາເປັນ 180 ຕື້ Won (ເທົ່າກັບປະມານ 150 ລ້ານ ໂດລາສະຫະລັດ) ໃນປີ 2023.

ແຜນການນີ້ໂດຍໄດ້ຈັດຕັ້ງປະຕິບັດເພື່ອຕອບສະໜອງນະໂຍບາຍດ້ານການພົວພັນຕ່າງປະເທດຂອງລັດຖະບານ ສ.ເກົາຫຼີ ສໍາລັບອາຊຽນ, ໃນນັ້ນລວມມີການສະໜັບສະໜຸນດ້ານການສຶກສາທິການ, ພັດທະນາຊົນນະບົດ ແລະ ຕົວເມືອງ, ເຕັກໂນໂລຢີດ້ານການຂ່າວສານ ແລະ ໂທລະຄົມມະນາຄົມ, ຂົງເຂດຄົມມະນາຄົມການຂົນສົ່ງ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-202.html

In bài biết