| ບັນດາໝາກຜົນທີ່ບັນລຸໄດ້ໃນການກໍ່ສ້າງຊົນນະບົດໃໝ່ຢູ່ ບາກລຽວ ແລະກ່າເມົາ ແມ່ນການລວບລວມກໍາລັງແຮງສັງລວມ, ຄວາມສາມັກຄີ, ເປັນເອກະພາບລະຫວ່າງອໍານາດການປົກຄອງ ແລະປະຊາຊົນ. ນີ້ກໍ່ແມ່ນຜົນງານເປັນພື້ນຖານທີ່ໝັ້ນແກ່ນເພື່ອໃຫ້ແຂວງບາກລຽວ ແລະກ່າເມົາ ສືບຕໍ່ດຳເນີນການກໍ່ສ້າງສ້າງຊົນນະບົດໃໝ່, ດ້ວຍເປົ້າໝາຍສຸມໃສ່ການຍົກສູງຄຸນນະພາບການດໍາລົງຊີວິດ, ພັດທະນາພື້ນຖານໂຄງລ່າງແບບຍືນຍົງ ແລະເພີ່ມຄວາມເພິ່ງພໍໃຈຂອງປະຊາຊົນ. ເພື່ອຫັນນະໂຍບາຍນີ້ໃຫ້ປະກົດຜົນເປັນຈິງຕ້ອງມີບັນດາວຽກງານລະອຽດ, ເສີມຂະຫຍາຍກຳລັງພາຍໃນ ແລະປຸກລະດົມກຳລັງແຮງຂອງປະຊາຊົນຈາກຄວາມເຫັນດີເຫັນພ້ອມຊ່ວຍໃຫ້ຫຼາຍໝູ່ບ້ານມີໂສມໜ້າໃໝ່ ແລະມີພະລັງຊີວິດໃໝ່. ພາບ: ວັນດົງ |