ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນມິງຫວູ ປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ຖືວ່າ ເລື່ອງວັນບຸນຂວັນບ່າຈົວພູຊາມ ໂດຍ UNESCO ຈັດຊື່ເຂົ້າແມ່ນສິ່ງພິສູດໃຫ້ເຫັນພື້ນຖານວັດທະນະທຳທີ່ເປັນຫຼາຍຮູບຫຼາຍແບບ, ຍາວນານ, ເຂັ້ມຂຸ້ນໄປດ້ວຍສີສັນຂອງຫວຽດນາມ, ພ້ອມທັງການຢັ້ງຢືນນີ້ກໍມີຄວາມໝາຍສຳຄັນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານອະນຸລັກຮັກສາ ແລະເສີມຂະຫຍາຍມູນຄ່າມໍລະດົກລະດັບຊາດ ແລະສາກົນ. ດ້ວຍຖານະບົດບາດເປັນຮອງປະທານຄະນະກຳມະການລະຫວ່າງລັດຖະບານ ສົນທິສັນຍາ 2003, ຫວຽດນາມ ໃຫ້ຄຳໝັ້ນສັນຍາຍາມໃດກໍ່ຈະມານະພະຍາຍາມອະນຸລັກຮັກສາ ແລ ເສີມຂະຫຍາຍມູນຄ່າມໍລະດົກນີ້ກໍ່ຄືບັນດາມໍລະດົກວັດທະນະທຳອື່ນໆເພື່ອຖ່າຍທອດໃຫ້ແກ່ລຸ້ນຄົນໃນອະນາຄົດ. ພາບ: ເຈືອງຈິຮຸ່ງ |