00:00 | 08/12/2024

ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ນຳ​ໜ້າ​ໃນ​ທ່າ​ອ່ຽງ​ຫັນ​ປ່ຽນ​ການ​ຜະ​ລິດ​ທົ່ວ​ໂລກ

ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ນຳ​ໜ້າ​ໃນ​ທ່າ​ອ່ຽງ​ຫັນ​ປ່ຽນ​ການ​ຜະ​ລິດ​ທົ່ວ​ໂລກ

ຕາມຂໍ້ມູນຂອງ S&P Global Market Intelligence (ອາເມລິກາ), ຫວຽດນາມ ໄດ້ລື່ນກາຍ Mexico ກາຍເປັນປະເທດນຳໜ້າໃນທ່າອຽງ “nearshoring” (ບັນດາບໍລິສັດຫັນປ່ຽນການຜະລິດ, ການບໍລິການ ແລະພະລາທິການຈາກປະເທດໄກໄປສູ່ບັນດາປະເທດໃກ້ຄຽງ). ຊື່ງພິສູດໃຫ້ເຫັນແມ່ນກຸ່ມບໍລິສັດ Samsung ໄດ້ລົງທຶນແຮງເຂົ້າໃນບັນດາໂຮງງານຜະລິດເຄື່ອງເອເລກໂຕນິກຢູ່ ຫວຽດນາມ. ກຸ່ມບໍລິສັດ Nike ແລະ Adidas ກໍ່ຫັນປ່ຽນການເຄື່ອນໄຫວຜະລິດໄປຍັງ ຫວຽດນາມ. ຕາມບົດຂຽນ, ກຳລັງແຮງງານຂອງ ຫວຽດນາມ ສວມບົດບາດສຳຄັນໃນການປະສົບຜົນສຳເລັດນີ້, ແມ່ນປັດໄຈສຳຄັນ ເພື່ອໃຫ້ບັນດາບໍລິສັດຊັ່ງຊາການຫັນປ່ຽນສະຖານທີ່ຜະລິດ. ຫວຽດນາມ ຢືນອັນດັບທີ 9 ໃນຈຳນວນ 60 ປະເທດໃນດັດຊະນີແຫ່ລງຊັບພະຍາກອນມະນຸດຂອງ ManpowerGroup (ອາເມລິກາ), ສະແດງໃຫ້ເຫັນວ່າ ຫວຽດນາມ ມີກຳລັງແຮງງານທີ່ໜ້າໄວ້ເນື້ອເຊື່ອໃຈ ແລະມີສີມືສູງ.

Link: https://huunghivietlao.thoidai.com.vn/detail-article-20146.html

In bài biết