16:00 | 30/10/2024

ສ້າງແຫຼ່ງຄູຝຶກຕໍາຫຼວດຮັກສາສັນຕິພາບສະຫະປະຊາຊາດ

ສ້າງແຫຼ່ງຄູຝຶກຕໍາຫຼວດຮັກສາສັນຕິພາບສະຫະປະຊາຊາດ

ຊຸດຝຶກອົບຮົມມີນັກສໍາມະນາກອນເຂົ້າຮ່ວມ 18 ຄົນ, ນອກຈາກນັກສໍາມະນາກອນຫວຽດນາມ ແລ້ວ, ຍັງມີນັກສໍາມະນາກອນມາຈາກ ກຳປູເຈຍ, ອິນໂດເນເຊຍ, ເນປານ, ສີລັງກາ. 3 ຫົວຂໍ້ທີ່ກ່ຽວຂ້ອງເຖິງຕຳຫຼວດຮັກສາສັນຕິພາບ ສປຊ ທີ່ໄດ້ນຳມາສິດສອນໃນຊຸດຝຶກອົບຮົມຄັ້ງນີ້ ລວມມີ: ການຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍ; ການກໍ່ສ້າງ ແລະພັດທະນາກຳລັງຕຳຫຼວດ ແລະຕິດຕາມກວດກາ, ຊີ້ນຳ, ໃຫ້ຄຳປຶກສາ. ຊຸດຝຶກອົບຮົມສ້າງແຫຼ່ງຄູຝຶກຕຳຫຼວດຮັກສາສັນຕິພາບ ສປຊ ໃນຄັ້ງນີ້ ແມ່ນແນໃສ່ເພີ່ມທະວີຖັນແຖວຄູຝຶກທີ່ໄດ້ຮັບການຢັ້ງຢືນຈາກ ສປຊ; ສ້າງກຸ່ມຄູຝຶກເພື່ອເຂົ້າຮ່ວມການເຄື່ອນໄຫວຝຶກບຳລຸງກໍ່ສ້າງຕໍາຫຼວດຮັກສາສັນຕິພາບໃນທົ່ວໂລກ ແລະເພື່ອໃຫ້ປະເທດສະມາຊິກສາມາດຈັດການຝຶກອົບຮົມລະດັບຊາດທີ່ຄ້າຍຄືກັນນີ້ດ້ວຍຕົນເອງ.

Link: https://huunghivietlao.thoidai.com.vn/detail-article-20140.html

In bài biết