00:00 | 07/12/2024

ກຳປັ່ນຊາວໜຸ່ມອາຊີຕາເວັນອອກສ່ຽງໃຕ້ ແລະ ຍີ່ປຸ່ນ ຢ້ຽມຢາມ ແລະພົບປະແລກປ່ຽນຢູ່ນະຄອນ ໂຮ່ຈີມິນ

ກຳປັ່ນຊາວໜຸ່ມອາຊີຕາເວັນອອກສ່ຽງໃຕ້ ແລະ ຍີ່ປຸ່ນ ຢ້ຽມຢາມ ແລະພົບປະແລກປ່ຽນຢູ່ນະຄອນ ໂຮ່ຈີມິນ

ລາຍການ SSEAYP ເປັນຂໍ້ລິເລີ່ມສຳຄັນໃນການເພີ່ມທະວີຄວາມເຂົ້າໃຈ ແລະນໍ້າໃຈມິດຕະພາບລະຫວ່າງຊາວໜຸ່ມປະເທດຕ່າງໆ. ນີ້ບໍ່ພຽງແຕ່ແມ່ນການຢ້ຽມຢາມເທົ່ານັ້ນ, ຫາກຍັງແມ່ນລາຍການພົບປະແລກປ່ຽນວັດທະນະທຳທີ່ເລິກເຊິ່ງ, ດ້ວຍເປົ້າໝາຍສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ຄວາມເຂົ້າໃຈ ແລະການຮ່ວມມືໃນພາກພື້ນ. ທັງແມ່ນໂອກາດເພື່ອໃຫ້ຊາວໜຸ່ມປະເທດຕ່າງໆ ໄດ້ພົບປະແລກປ່ຽນ, ຖອດຖອນບົດຮຽນ ແລະຊອກຫາມາດຕະການທີ່ມີຫົວຄິດປະດິດສ້າງ ເພື່ອແກ້ໄຂບັນຫາທົ່ວໂລກ. ຜ່ານນັ້ນ, ປະກອບສ່ວນຊຸກຍູ້ສັນຕິພາບ, ສະຖຽນລະພາບ, ການພັດທະນາແບບຍືນຍົງຢູ່ພາກພື້ນ ແລະ ໃນໂລກ. ໃນໄລຍະຢ້ຽມຢາມນະຄອນໂຮ່ຈີມິນ, ບັນດາຜູ້ແທນຈະເຂົ້າຮ່ວມການເຄື່ອນໄຫວຕ່າງໆ, ຄື: ຖະຫວາຍດອກໄມ້ທີ່ອະນຸສາວະລີປະທານ ໂຮ່ຈີມິນ ຢູ່ຖະໜົນຄົນຍ່າງ ຫງວຽນເຫ້ວ; ພົບປະ ແລະໂອ້ລົມກັບການນຳນະຄອນ ໂຮ່ຈີມິນ; ເຂົ້າຮ່ວມການເຄື່ອນໄຫວພົບປະແລກປ່ຽນກັບສະມາຊິກຊາວໜຸ່ມນະຄອນ ໂຮ່ຈີມິນ...

Link: https://huunghivietlao.thoidai.com.vn/detail-article-20136.html

In bài biết