00:00 | 07/12/2024

ກວດກາວຽກງານກະກຽມຈັດຕັ້ງງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ປີ 2024

ກວດກາວຽກງານກະກຽມຈັດຕັ້ງງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ປີ 2024

ງານວາງສະແດງຄັ້ງນີ້ ຈະດຳເນີນໄປໃນເດືອນທັນວາຈະມາເຖິງ, ໂດຍມີອາວຸດຍຸດໂທປະກອນເຕັກນິກ, ຜະລິດຕະພັນນໍາໃຊ້້ຄວບຄູ່ ແລະຜະລິດຕະພັນອຸດສາຫະກຳປ້ອງກັນຊາດ, ພະລາທິການ ແລະເຕັກນິກໂດຍໄດ້ຮັບການຜະລິດພາຍໃນປະເທດ ກໍ່ໄດ້ນຳມາວາງສະແດງ. ຄິດໄລ່ຮອດວັນທີ 8 ພະຈິກ, ມີຫົວໜ່ວຍ ແລະບໍລິສັດຫຼາຍກວ່າ 140 ແຫ່ງທີ່ມາຈາກ 27 ປະເທດໄດ້ຕອບເຂົ້າຮ່ວມການວາງສະແດງຜະລິດຕະພັນ. ເມື່ອທຽບໃສ່ງານວາງສະແດງປ້ອງກັນຊາດສາກົນຫວຽດນາມ 2022, ງານວາງສະແດງຄັ້ງນີ້ໄດ້ເພີ່ມຂຶ້ນ 239 ຮ້ານ, ລື່ນກາຍຄາດໝາຍທີ່ວາງອອກ. ມາຮອດປະຈຸບັນ, ມີຄະນະແຂກຖືກເຊີນສາກົນ 40 ຄະນະຢືນຢັນວ່າ ຈະເຂົ້າຮ່ວມເຫດການໂດຍຫວຽດນາມ ຈັດຕັ້ງ, ໃນນັ້ນມີຄະນະຜູ້ແທນຂັ້ນລັດຖະມົນຕີ/ຫົວໜ້າກົມໃຫຍ່ເສນາທິການ, ຜູ້ບັນຊາການບັນດາກຳລັງປ້ອງກັນຊາດ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ... ພາບ: ຕ໊ວນຮູຍ

Link: https://huunghivietlao.thoidai.com.vn/detail-article-20133.html

In bài biết