08:31 | 23/05/2018

ປະກາດໃຊ້ມະຕິສູນກາງກ່ຽວກັບ ການປະຕິຮູບນະໂຍບາຍເງິນເດືອນ

ປະກາດໃຊ້ມະຕິສູນກາງກ່ຽວກັບ ການປະຕິຮູບນະໂຍບາຍເງິນເດືອນ


ວັນທີ 21 ພຶດສະພາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ ຫງວ໋ຽນຟູ໋ຈ້ອງ ໄດ້ເຊັນ ແລະປະກາດໃຊ້ມະຕິ​ຄຳ​ສັ່ງ ກ່ຽວກັບການປະຕິຮູບນະໂຍບາຍເງິນເດືອນສຳລັບພະນັກງານ, ພາລະກອນ, ລັດຖະກອນ, ກຳລັງປະກອບອາວຸດ ແລະ ຊາວຜູ້ອອກແຮງງານຂອງວິສາຫະກິດ. ເປົ້າໝາຍຂອງມະຕິຄ​ຳ​ສັ່ງ ແມ່ນສ້າງລະບົບນະໂຍບາຍເງິນເດືອນແຫ່ງຊາດ ຢ່າງມີວິທະຍາສາດ, ກະຈ່າງແຈ້ງ, ເໝາະສົມກັບສະພາບການຕົວຈິງຂອງປະເທດຊາດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການແຫ່ງການພັດທະນາຂອງພື້ນຖານເສດຖະກິດການຕະຫຼາດ ໄປ​ຕາມ​ທິດສັງຄົມນິຍົມ ແລະ ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ. ພ້ອມກັນນັ້ນ, ສ້າງກຳລັງໜູນປົດປ່ອຍກຳລັງການຜະລິດ, ຍົກສູງສະມັດຕະພາບການອອກແຮງງານ, ຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ປະກອບສ່ວນສ້າງລະບົບການເມືອງທີ່​ໂປ່ງໃສ, ກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິຜົນ, ປະສິດທິພາບ; ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການ​ໃຊ້​ຈ່າຍຟຸມເຟືອຍ; ຮັບປະກັນຊີວິດການເປັນຢູ່ຂອງຜູ້ໄດ້ຮັບເງິນເດືອນ ແລະ ຄອບຄົວຜູ້ໄດ້ຮັບເງິນເດືອນ, ປະຕິບັດຄວາມກ້າວໜ້າ ແລະ ຄວາມຍຸຕິທຳທາງສັງຄົມ.


(ແຫຼ່ງ​ຂໍ້​ມູນ​: vov5)

Link: https://huunghivietlao.thoidai.com.vn/detail-article-2013.html

In bài biết