00:00 | 06/12/2024

ຫວຽດນາມ ສະໜັບສະໜູນລັດທິຫຼາຍຝ່າຍ ແລະບົດບາດໃຈກາງຂອງສະຫະປະຊາຊາດ

ຫວຽດນາມ ສະໜັບສະໜູນລັດທິຫຼາຍຝ່າຍ ແລະບົດບາດໃຈກາງຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາອົງການສະຫະປະຊາຊາດປະຈໍາຫວຽດນາມ ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ໜູນຊ່ວຍໃຫ້ຄໍາປຶກສານະໂຍບາຍ, ລະດົມແຫຼ່ງກຳລັງສາກົນ, ເປັນຕົ້ນແມ່ນດ້ານວິທະຍາສາດ, ເຕັກໂນໂລຊີ, ປ່ຽນແປງໃໝ່ປະດິດຄິດສ້າງ, ຍົກສູງກໍາລັງຄວາມສາມາດບໍລິຫານແຫ່ງຊາດ, ບໍາລຸງກໍ່ສ້າງຊັບພະຍາກອນມະນຸດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະສອດຄ່ອງກັບບັນດາທິດທາງພັດທະນາ ແລະບຸລິມະສິດຂອງຫວຽດນາມ ໃນໄລຍະຈະມາເຖິງ, ເປັນຕົ້ນແມ່ນປະຕິບັດ 2 ເປົ້າໝາຍ 100 ປີກາຍເປັນປະເທດພັດທະນາອຸດສາຫະກຳທີ່ທັນສະໄໝ ແລະມີລາຍຮັບປານກາງສູງ ໃນປີ 2030 ແລະເປັນປະເທດທີ່ມີລາຍຮັບສູງໃນປີ 2045. ການນຳບັນດາອົງການສະຫະປະຊາຊາດ ຢືນຢັນຄຳໝັ້ນສັນຍາສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບຫວຽດນາມ, ພິເສດແມ່ນຜັນຂະຫຍາຍບັນດາເອກະສານຂອງກອງປະຊຸມສຸດຍອດອະນາຄົດ, ຊຸກຍູ້ການຫັນເປັນດີຈີຕອນ, ນຳໃຊ້ປັນຍາປະດິດ, ປະຕິບັດ JETP ປະສົບຜົນສຳເລັດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປົກປັກຮັກສາສິ່ງແວດລ້ອມ, ຍົກສູງສຸຂະພາບຂອງປະຊາຊົນ... ພາບ: ຈິງຝູ

Link: https://huunghivietlao.thoidai.com.vn/detail-article-20126.html

In bài biết