00:00 | 05/12/2024

ໄຂ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວຕິດ​ພັນ​ກັບ​ງານ​ບຸນອອກ​ອອມບອັກ ຂຶ້ນຢູ່ຫຼາຍ​ທ້ອງ​ຖິ່ນ

ໄຂ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວຕິດ​ພັນ​ກັບ​ງານ​ບຸນອອກ​ອອມບອັກ ຂຶ້ນຢູ່ຫຼາຍ​ທ້ອງ​ຖິ່ນ

ຢູ່ແຂວງ ຈ່າວິງ, ສັບປະດາວັດທະນະທຳ, ການທ່ອງທ່ຽວຕິດພັນກັບງານບຸນ ອອກອອມບອັກ ແຂວງ ຈ່າວິງ ຖືກດຳເນີນແຕ່ວັນທີ 9-15 ພະຈິກ ດ້ວຍບັນດາກິດຈະກຳຕົ້ນຕໍເຊັ່ນ: ເຂດວາງສະແດງອາຫານການກິນພາກໃຕ້ແຂວງ ຈ່າວິງ ປີ 2024; ເຂດວາງສະແດງ “ການທ່ອງທ່ຽວ ຈ່າວິງ - ການເຊື່ອມຕໍ່ ແລະ ພັດທະນາ”; ງານຕະຫຼາດນັດສົ່ງເສີມການຄ້າ - ຜະລິດຕະພັນອຸດສາຫະກຳຊົນນະບົດ ແລະຜະລິດຕະພັນ OCOP; ການສະແດງສິລະປະແບບສະໝັກຫຼີ້ນຊົນເຜົ່າຂະແມ ແຂວງ ຈ່າວິງ. ນອກຈາກນັ້ນແລ້ວ, ຍັງມີການເຄື່ອນໄຫວວາງສະແດງ, ການສະແດງອາຊີບ, ຊຸດອາພອນຂອງຊາວເຜົ່າຂະແມ, ການຟ້ອນຕຸກກະຕານ້ຳ, ຊ່ວງເຮືອ ແລະ ການລະຫຼີ້ນພື້ນເມືອງ ອີກດ້ວຍ... ງານບຸນ ອອກອອມບອັກ ແມ່ນໜຶ່ງໃນສາມງານບຸນສຳຄັນໃນປີຂອງພໍ່ແມ່ພີ່ນ້ອງເຜົ່າຂະແມ ຢູ່ພາກໃຕ້ຫວຽດນາມ, ເຊິ່ງລວມມີ: ບຸນປີໃໝ່ ຈອນຈານຳເທີໄມ, ງານບຸນໄຫວ້ບູຊາບັນພະບຸລຸດ ເຊັນດົນຕາ ແລະງານບຸນໄຫວ້ພະຈັນ ອອກອອມບອັກ. ພາບ: ເຍິນເຢິນ

Link: https://huunghivietlao.thoidai.com.vn/detail-article-20118.html

In bài biết