00:00 | 05/12/2024

ມີ​ນັກ​ວິ​ທະ​ຍາ​ສາດ​ໜຸ່ມດີ​ເດັ່ນ 10 ທ່ານ​ ໄດ້​ຮັບ​ລາງວັນໜ່ວຍ​ໂລກ​ຄຳ ປີ 2024

ມີ​ນັກ​ວິ​ທະ​ຍາ​ສາດ​ໜຸ່ມດີ​ເດັ່ນ 10 ທ່ານ​ ໄດ້​ຮັບ​ລາງວັນໜ່ວຍ​ໂລກ​ຄຳ ປີ 2024

ລາງວັນວິທະຍາສາດເຕັກໂນໂລຢີໜ່ວຍໂລກຄຳ ໄດ້ມອບທຸກປີໃຫ້ແກ່ນັກວິທະຍາສາດໜຸ່ມດີເດັ່ນ 10 ຄົນ ທີ່ມີອາຍຸບໍ່ເກີນ 35 ປີ. ລາງວັນດັ່ງກ່າວໄດ້ແກ່ 5 ຂົງເຂດ, ຄື: ເຕັກໂນໂລຢີຂໍ້ມູນຂ່າວສານ, ຫັນເປັນດີຈີຕອນ ແລະຫັນເປັນອັດຕະໂນມັດ; ເຕັກໂນໂລຢີການແພດ-ການຢາ; ເຕັກໂນໂລຢີຊີວະສາດ; ເຕັກໂນໂລຢີສິ່ງແວດລ້ອມ; ເຕັກໂນໂລຢີວັດສະດຸໃໝ່. ນອກຈາກລາງວັນໜ່ວຍໂລກຄຳແລ້ວ, ສູນກາງຄະນະຊາວໜຸ່ມໄດ້ສົມທົບກັບກະຊວງວິທະຍາສາດ ແລະເຕັກໂນໂລຢີ ຜັນຂະຫຍາຍລາງວັນນັກສຶກສາເພດຍິງພະແນກວິທະຍາສາດເຕັກໂນໂລຢີຫວຽດນາມ ເພື່ອແນໃສ່ຄົ້ນພົບ, ເຊີດຊູນັກສຶກສາຍິງຜູ້ທີ່ມີຜົນງານດີເດັ່ນໃນຂະແໜງວິທະຍາສາດເຕັກໂນໂລຢີ, ແຜ່ຂະຫຍາຍຂະບວນການຮ່ຳຮຽນປະດິດຄິດສ້າງຢູ່ໂຮງຮຽນແຫ່ງຕ່າງໆ.

Link: https://huunghivietlao.thoidai.com.vn/detail-article-20117.html

In bài biết