15:00 | 06/11/2024

ການໂອ້ລົມສົນທະນາວຽກງານແມ່ຍິງກອງທັບ ຫວຽດນາມ-ລາວ

ການໂອ້ລົມສົນທະນາວຽກງານແມ່ຍິງກອງທັບ ຫວຽດນາມ-ລາວ

ແມ່ຍິງກອງທັບສອງປະເທດ ໄດ້ພ້ອມກັນແລກປ່ຽນແບ່ງປັນບັນດາວິທີເຮັດທີ່ດີ, ຮູບແບບທີ່ມີຫົວຄິດປະດິດສ້າງໃນການປະຕິບັດ, ຜັນຂະຫຍາຍວຽກງານສະຫະພັນ ແລະຂະບວນການແຂ່ງຂັນ. ພ້ອມທັງປາດຖະໜາວ່າ ໃນໄລຍະຈະມາເຖິງ, ແມ່ຍິງກອງທັບປະຊາຊົນຫວຽດນາມ ແລະກອງທັບປະຊາຊົນລາວ ຈະສືບຕໍ່ມີບັນດາການເຄື່ອນໄຫວພົບປະແລກປ່ຽນ, ສົມທົບກັນໃນວຽກງານໂຄສະນາເຜີຍແຜ່, ສຶກສາອົບຮົມມູນເຊື້ອສາມັກຄີມິດຕະພາບ ແລະການຮ່ວມມືຮອບດ້ານໃນບັນດາການເຄື່ອນໄຫວເປັນປະຈຳ, ກໍຄື ໃນໂອກາດສະເຫຼີມສະຫຼອງວັນບຸນໃຫຍ່ ແລະເຫດການສໍາຄັນຂອງສອງປະເທດ ແລະກອງທັບປະຊາຊົນສອງປະເທດ. ສະຫະພັນແມ່ຍິງກອງທັບປະຊາຊົນຫວຽດນາມ ພ້ອມແລ້ວທີ່ຈະຮັບ ແລະຈັດຕັ້ງຊຸດຝຶກອົບຮົມໃຫ້ແກ່ພະນັກງານແມ່ຍິງກອງທັບປະຊາຊົນລາວ ກ່ຽວກັບວຽກງານແມ່ຍິງ ແລະຂະບວນການແມ່ຍິງໃນຊຸມປີຈະມາເຖິງ. ພາບ: ຫາຍເວິນ.

Link: https://huunghivietlao.thoidai.com.vn/detail-article-20101.html

In bài biết