13:41 | 21/05/2019

APEC: ໃຫ້ຄຳໝັ້ນສັນຍາສະໜັບສະໜູນການຄ້າເສລີ

APEC: ໃຫ້ຄຳໝັ້ນສັນຍາສະໜັບສະໜູນການຄ້າເສລີ

ບັນດາຜູ້ແທານເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງການຄ້າ APEC.

ພາຍຫລັງກອງປະຊຸມລັດຖະມົນຕີກະຊວງການຄ້າ APEC ໄດ້ສິ້ນສຸດລົງຢູ່ນະຄອນ Vina del Mar ຂອງ ຈີເລ, ກອງປະຊຸມກໍ່ໄດ້ມີການອອກຖະແຫຼງການຮ່ວມ ວ່າ: ບັນດາພື້ນຖານເສດຖະກິດ APEC ຢືນຢັນຄວາມສຳຄັນຂອງບັນດາຫຼັກການໂປ່ງໃສ, ບໍ່ຈຳແນກການປະພຶດເຊິ່ງໄດ້ຕົກລົງເຫັນດີຢູ່ອົງການການຄ້າໂລກ (WTO).

ນອກຈາກນັ້ນ, ເອກະສານຂອງ APEC ຄັ້ງນີ້ກໍ່ຖືວ່າ: ບັນດາພື້ນຖານເສດຖະກິດສະມາຊິກຄວນຍົກສູງປະສິດທິຜົນແຫ່ງການເຄື່ອນໄຫວ, ກໍ່ຄືຊຸກຍູ້ການເຂົ້າຮ່ວມຢ່າງເປີດອົກເປີດໃຈ ແລະ ມີລັກສະນະສ້າງສາຂອງປະຊາຄົມວິສາຫະກິດເພື່ອໃຫ້ກຸ່ມນີ້ສາມາດສືບຕໍ່ໜູນຊ່ວຍໃຫ້ແກ່ລະບົບການຄ້າຫລາຍຝ່າຍ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-201.html

In bài biết