13:42 | 17/05/2018

ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດ ໂຮ່ຈີມິນ

ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດ ໂຮ່ຈີມິນ

ກອງປະຊຸມທົ່ວປະເທດສະຫລຸບ 2 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງຊຸດທີ 12. (ພາບ: Kinhtedothi.vn)

ທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກໃຫ້ຮູ້ວ່າ: ປະຕິບັດຄຳສັ່ງເລກທີ 05, ບັນດາຫົວໜ່ວຍ, ທ້ອງຖິ່ນໄດ້ຕິດພັນກັບການປະຕິບັດການປະຕິຮູບດ້ານບໍລິຫານ, ປັບປຸງວິຖີຊີວິດ, ແບບແຜນການເຮັດວຽກຂອງພະນັກງານ, ສະມາຊິກພັກ, ພ້ອມທັງ ນັບມື້ນັບມີບັນດາຮູບແບບ, ວິທີເຮັດທີ່ດີ ຊຶ່ງບັນດາທ້ອງຖິ່ນ, ຫົວໜ່ວຍສະຫລຸບທອດຖອນມາໄດ້ບົດຮຽນ ເພື່ອທະວີຄູນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຈີ່ນກວກເວື້ອງ ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ສະເໜີວ່າ: ການປະຕິບັດຄຳສັ່ງເລກທີ 05 ຄວນສືບຕໍ່ຊາບຊຶມຢ່າງເລິກເຊິ່ງ, ກ່ຽວກັບຄວາມສຳຄັນ, ຄວາມໝາຍແທດຈິງຍາວນານຂອງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດປະທານ ໂຮ່ຈີມິນ ສຳລັບວຽກງານກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງ.

(ແຫຼ່ງ​ຂໍ້​ມູນ​: vov5)

Link: https://huunghivietlao.thoidai.com.vn/detail-article-2000.html

In bài biết