13:45 | 23/05/2019

ງານມະໂຫລານດົນຕີອາຊຽນ 2019 ຈະໄດ້ຈັດຂຶ້ນ ຢູ່ ຫວຽດນາມ

ງານມະໂຫລານດົນຕີອາຊຽນ 2019 ຈະໄດ້ຈັດຂຶ້ນ ຢູ່ ຫວຽດນາມ

ງານມະໂຫລານດົນຕີອາຊຽນ 2019 ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 25 – 31 ພຶດສະພາ 2019 ຢູ່ຫາຍຟ່ອງ.(ພາບປະກອບ)

ເຫດການນີ້ແມ່ນຂົວເຊື່ອມຕໍ່ເພື່ອໃຫ້ປະຊາຊົນບັນດາປະເທດໃນພາກພື້ນມີຄວາມເຂົ້າໃຈ, ສະໜິດຕິດພັນ, ສາມັກຄີກັນຫຼາຍກວ່າອີກ, ປະກອບສ່ວນສ້າງປະຊາຄົມອາຊຽນໃຫ້ນັບມື້ນັບພັດທະນາຢ່າງວັດທະນາຖາວອນ; ນອກຈາກນັ້ນກໍ່ມີການຊຸກຍູ້ການພົວພັນຮ່ວມມືໃນຂົງເຂດວັດທະນະທຳສິລະປະລະຫ່ວາງຫວຽດນາມ ແລະ ບັນດາປະເທດໃນພາກພື້ນ.

ຜ່ານເຫດການນີ້ກໍ່ເພື່ອໃຫ້ບັນດານັກສິລະປິນຫວຽດນາມ ແນະນຳ ແລະ ໂຄສະນາບັນດາຄຸນຄ່າທາງດ້ານດົນຕີທີ່ເປັນເອກະລັກສະເພາະຂອງຫວຽດນາມເຖິງເພື່ອນມິດສາກົນອີກດ້ວຍ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-200.html

In bài biết