ປະຕິບັດການໂທ 5ຈີ ຄັ້ງທຳອິດ ໂດຍເຄື່ອງອຸປະກອນຂອງຫວຽດນາມ ຜະລິດ
ວັນທີ 17 ມັງກອນ, ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຫງວຽນແມ້ງຮຸ່ງ ແລະ ທ່ານລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈູງອັກແອັງ ໄດ້ມີການເຮັດວຽກ ແລະ ກວດກາວຽກງານຄົ້ນຄວ້າ, ຜະລິດເຄື່ອງອຸປະກອນອິນເຕີແນັດ 5ຈີ ຂອງ Viettel.
ທ່ານລັດຖະມົນຕີ ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ປະຕິບັດການໂທ 5ຈີ ຄັ້ງທຳອິດ. (ພາບ: thoibaotaichinhvietnam.vn)
ກ່າວຄຳເຫັນທີ່ກອງປະຊຸມ, ພົນຈັດຕະວາ - ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Viettel ກ່າວວ່າ: 5ຈີ ຈະຕັດສິນຄວາມຜົນສຳເລັດຂອງສັງຄົມດີຈີຕອນ. ທຸກໆປະເທດໃຊ້ 5ຈີ ນີ້ເພື່ອພິສູດລະດັບວິທະຍາສາດ ແລະ ເຕັກໂນໂລຢີຂອງພວກເຂົາ. ນັ້ນແມ່ນເຫດຜົນທີ່ພວກເຮົາກຳນົດວ່າ ໂຄງການ 5ຈີ ແມ່ນໜຶ່ງໃນບັນດາໂຄງການຍຸດທະສາດທີ່ສຸດຂອງ Viettel”.
ປັດຈຸບັນຢູ່ໃນໂລກ ມີ 5 ບໍລິສັດໄດ້ຜະລິດສຳເລັດບັນດາເຄື່ອງອຸປະກອນອິນເຕີແນັດ 5ຈີ ລວມມີ: Ericsson, Nokia, Huawei, Samsung ແລະ ZTE. Viettel ຈະແມ່ນບໍລິສັດທີ 6 ໃນໂລກທີ່ຜະລິດອຸປະກອນນີ້. ໃນຈຳນວນບໍລິສັດດັ່ງກ່າວນັ້ນ ມີພຽງແຕ່ບໍລິສັດ Viettel ເທົ່ານັ້ນທີ່ເປັນທັງແມ່ນບໍລິສັດຂຸດຄົ້ນໂທລະຄົມມະນາຄົມ, ທັງມີຄວາມສາມາດຜະລິດບັນດາອຸປະກອນອິນເຕີແນັດ.
(ແຫຼ່ງຂໍ້ມູນ: vovworld.vn)