11:44 | 21/01/2020

ຫວຽດນາມ - ອິນໂດເນເຊຍ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ໃນການຮ່ວມມືຂົງເຂດທະເລ ແລະ ອາຊີບການປະມົງ

ວັນທີ 17 ມັງກອນ, ທ່ານ ຟ້າມກວາງວິງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສສ. ຫວຽດນາມ ປະຈຳ ອິນໂດເນເຊຍ ໄດ້ມີການພົບປະ ແລະ ເຮັດວຽກກັບທ່ານ Edhy Prabowo ລັດຖະມົນຕີກະຊວງທະເລ ແລະ ອາຊີບການປະມົງ.

ກ່າວຄຳເຫັນທີ່ການສຳມະນາ, ທ່ານ Edhy Prabowo - ລັດຖະມົນຕີກະຊວງທະເລ ແລະ ອາຊີບການປະມົງ ອິນໂດເນເຊຍ ກ່າວວ່າ, ສອງຝ່າຍ ຫວຽດນາມ ແລະ ອິນໂດເນເຊຍ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມືໃນຂົງເຂດທະເລ ແລະ ອາຊີບການປະມົງ.

ຝ່າຍອິນໂດເນເຊຍ ຈະມີນະໂຍບາຍເພື່ອຂະຫຍາຍການນຳເຂົ້າ ແລະ ສົ່ງອອກ, ຍົກຕົວຢ່າງວ່າການສົ່ງອອກແນວພັນກຸ້ງມັງກອນ ໄປປະເທດຫວຽດນາມ ແລະ ປະເທດອື່ນໆ, ພ້ອມທັງການເຊີນຊວນບັນດາວິສາຫະກິດຫວຽດນາມລົງທຶນເຂົ້າໃນຂົງເຂດການທະເລ ແລະ ອາຊີບການປະມົງໃນປະເທດນີ້.

ຫວຽດນາມ - ອິນໂດເນເຊຍ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ໃນການຮ່ວມມືຂົງເຂດທະເລ ແລະ ອາຊີບການປະມົງ

ທ່ານ Edhy Prabowo - ລັດຖະມົນຕີກະຊວງທະເລ ແລະ ອາຊີບການປະມົງ ອິນໂດເນເຊຍ ແລະ ທ່ານເອກອັກຄະລັດຖະທູດ ຟ້າມກວາງວີງການສຳມະນາ. (ພາບ: tapchithongtindoingoai.vn)

ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອິນໂດເນເຊຍ, ທ່ານ ຟ້າມກວາງວີງ ເນັ້ນໜັກວ່າ ຫວຽດນາມ ສະໜັບສະໜູນຢ່າງເຕັມສ່ວນຕໍ່ແນວຄິດຂອງທ່ານລັດຖະມົນຕີ Edhy Prabowo ກ່ຽວກັບການຊຸກຍູ້ການຮ່ວມມືໃນຂົງເຂດການທະເລ ແລະ ອາຊີບການປະມົງ. ທ່ານ ຟ້າມກວາງວີງ ສະແດງຄວາມເຊື່ອໝັ້ນວ່າ ເປົ້າໝາຍດັ່ງກາວ ແມ່ນໄດ້ຮັບບັນລຸຜົນສຳເລັດຢ່າງສົມບູນ, ແລະ ຫວັງວ່າ ການຮ່ວມມືດ້ານການປະມົງຈະປະກອບສ່ວນຢ່າງຕັ້ງໜ້າໃນການເພີ່ມທະວີການຄ້າ ລະຫວ່າງສອງປະເທດໃນອະນາຄົດອັນໃກ້ນີ້.

ສອງຝ່າຍກໍ່ໄດ້ປຶກສາຫາລືກ່ຽວກັບບັນດາມາດຕະການເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສ້າງຕັ້ງໂທລະສັບສາຍດ່ວນ, ແກ້ໄຂບັນດາບັນຫາຢ່າງເຂັ້ມງວດ ແນໃສ່ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ ສອງປະເທດພັດທະນາໃນໄລຍະຈະມາເຖິງ.

(ຄຳຮຸ່ງ)

Link: https://huunghivietlao.thoidai.com.vn/detail-article-1970.html

In bài biết