06:07 | 18/11/2019

ຄະ​ນະ​ນັກ​ກິ​ລາ ຫວຽດ​ນາມ ກຽມ​ພ້ອມ​ເຂ​ົ້າ​ຮ່ວມ​ການ​ແຂ່ງ​ຂ​ັນ​ກິ​ລາ​SEA Games 30

ຄະ​ນະ​ນັກ​ກິ​ລາ ຫວຽດ​ນາມ ກຽມ​ພ້ອມ​ເຂ​ົ້າ​ຮ່ວມ​ການ​ແຂ່ງ​ຂ​ັນ​ກິ​ລາ​SEA Games 30

ທ່ານ ເຈິ່ນດຶກເຟິ້ນ, ຮອງຫົວໜ້າກົມໃຫຍ່ກິລາ - ກາຍະກໍາຫວຽດນາມ, ຫົວໜ້າຄະນະນັກກິລາ ຫວຽດນາມ ເຂົ້າຮ່ວມ SEA Games 30 ໃນພິທີອອກເຄື່ອນທັບ (ພາບ: vietnamnet.vn/)

ທີ່ພິທີມີທ່ານ ຫງວຽນງອກຖ້ຽນ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ເນັ້ນໜັກວ່າ ເຫດການກິລາສາກົນມີຄວາມໝາຍສຳຄັນທີ່ສຸດ, ປະກອບສ່ວນຊຸກຍູ້ການພົວພັນອັນດີງາມ, ຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງບັນດາປະເທດ ໃນປະຊາຄົມ ອາຊຽນ, ພ້ອມກັນນັ້ນກໍ່ແມ່ນໂອກາດເພື່ອໃຫ້ບັນດານັກກິລາ ໄດ້ສະແດງຄວາມເກັ່ງກ້າສາມາດ, ຍົກສູງຜົນງານຂອງຕົນ. ທ່ານກ່າວວ່າ: ຂ້າພະເຈົ້າມີຄວາມໄວ້ເນື້ອເຊື່ອໃຈ ແລະ ຫວັງວ່າ ທັງໝົດໝູ່ຄະນະພະນັກງານ, ຄູຝຶກ, ນັກກິລາ ຂອງ ຄະນະນັກກິລາ ຫວຽດນາມ ຈະສືບຕໍ່ ສາມັກຄີກັນ, ມີຄວາມໝັ້ນໃຈ, ສຸມສະຕິປັນຍາແຂ່ງຂັນໃຫ້ຢູ່ໃນລະດັບສູງສຸດ, ອຸທິດຈົນຮອດຄວາມສາມາດຂອງຕົນເອງເພື່ອປະເທດຊາດ, ເພື່ອຍາດໄດ້ຜົນງານຢ່າງວ່ອງໄວກ່ວາ - ສູງກ່ວາ - ໄກກ່ວາອີກໃນ SEA Games 30.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-1951.html

In bài biết