08:31 | 29/05/2019

ໄຂກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ

ໄຂກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ

ໄຂກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ.(ພາບ:baomoi.com)

ບັນດາກອງປະຊຸມຈະໄດ້ປຶກສາຫາລືກ່ຽວກັບທິດທາງ ແລະ ມາດຕະການເພື່ອເພີ່ມທະວີການພົວພັນ ແລະ ຮ່ວມມື ລະຫວ່າງ ອາຊຽນ ກັບ ບັນດາຄູ່ຮ່ວມມື, ກໍ່ຄືແລກປ່ຽນຫຼັກໝັ້ນກ່ຽວກັບ ບັນຫາສາກົນ ແລະ ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ລາຍການດໍາເນີນງານຕົ້ນຕໍ່ຂອງກອງປະຊຸມດັ່ງກ່າວແມ່ນກະກຽມໃຫ້ແກ່ກອງປະຊຸມອາວຸໂສ ອາຊຽນ ແລະ ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 52 (AMM 52), ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ກັບ ຄູ່ຮ່ວມມື (PMC) ເຊິ່ງຄາດວ່າຈະດໍາເນີນໄປຕາມລໍາດັບໃນເດືອນ ມິຖຸນາ ແລະ ກໍລະກົດ ຢູ່ ບາງກອກ ປະເທດໄທ. ບັນດາຫົວຂໍ້ທີ່ຄາດວ່າຈະໄດ້ນໍາມາປຶກສາຫາລືຮ່ວມກັນ ມີການເພີ່ມທະວີການຮ່ວມມືສ້າງປະຊາຄົມອາຊຽນ, ພິເສດແມ່ນບັນຫາບຸລິມະສິດໃນສະໄໝທີ່ໄທເປັນປະທານອາຊຽນ ແມ່ນຊຸກຍູ້ການພົວພັນກັບຄູ່ຮ່ວມມື ເພື່ອການພັດທະນາແບບຍືນຍົງ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-194.html

In bài biết