ຄວາມສໍາຄັນຂອງວິທະຍາສາດໃນການທູດທົ່ວໂລກ
ຄວາມສໍາຄັນຂອງວິທະຍາສາດໃນການທູດທົ່ວໂລກ
ມີຜູ້ນຳທົ່ວໂລກ 1.300 ກວ່າທ່ານທີ່ມາຈາກເກືອບ 100 ປະເທດ, ໃນນັ້ນມີລັດຖະມົນຕີການຕ່າງປະເທດ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ຜູ້ໄດ້ຮັບລາງວັນໂນແບລ, ຜູ້ຕາງໜ້າອົງການສະຫະປະຊາຊາດ, ເອກອັກຄະລັດຖະທູດ ແລະ ຜູ້ບໍລິຫານວິທະຍາສາດເຕັກໂນໂລຊີ... ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດການທູດວິທະຍາສາດໂລກ ທີ່ນະຄອນບາເຊໂລນາ ປະເທດສະເປນ.
![]() |
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຸດຍອດການທູດວິທະຍາສາດໂລກທີ່ນະຄອນບາເຊໂລນາ ປະເທດສະເປນ ແຕ່ວັນທີ 5-10 ກໍລະກົດ. (ທີ່ມາ: ທາຣີຟາ) |
ໂດຍດຳເນີນໄປແຕ່ວັນທີ 5-10 ກໍລະກົດນີ້, ກອງປະຊຸມດັ່ງກ່າວ ໄດ້ຮັບການຈັດຕັ້ງຮ່ວມໂດຍອົງການຢູ່ແນັດສໂກ (UNESCO) ແລະ ເອັດຊີເທັກ ດີໂປຮູບ (SciTech DiploHub), ພ້ອມກັບຫຼາຍອົງການ ຂອງສະຫະປະຊາຊາດ, ສະຫະພາບເອີລົບ ແລະ ໄດ້ຮັບການສະໜັບສະໜູນຈາກສະພານະຄອນ ບາຊີໂລນາ ແລະ ລັດຖະບານ ສະເປນ. ບັນດາຜູ້ແທນໄດ້ເຂົ້າຮ່ວມຫຼາຍກວ່າ 15 ວາລະປະຊຸມລະດັບສູງ, 21 ເຫດການນອກກອງປະຊຸມ ແລະ ປະມານ 30 ຖ້ຽວການໄປຢ້ຽມຢາມບັນດາອົງການຄົ້ນຄວ້າ ແລະ ການທູດຢູ່ ບາຊີໂລນາ.
ຕາມການທູດສະໄໝໃໝ່ (Modern Diplomacy), ກອງປະຊຸມສຸດຍອດການທູດວິທະຍາສາດໂລກ ແມ່ນໂອກາດເພື່ອຄົ້ນຫາຄວາມສາມາດບົ່ມຊ້ອນດ້ານວິທະຍາສາດ ແລະ ເຕັກໂນໂລຊີຄືເປັນເຄື່ອງມືໃນການຮ່ວມມືສາກົນ ແລະ ແກ້ໄຂສິ່ງທ້າທາຍໃນທົ່ວໂລກ. ບັນດາຜູ້ແທນຍັງໄດ້ປຶກສາຫາລືກ່ຽວກັບຜົນກະທົບຂອງເຕັກໂນໂລຢີໃຫມ່ ແລະ ການຄົ້ນຄວ້າວິທະຍາສາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ສຸຂະພາບໃນທົ່ວໂລກ, ການຫັນປ່ຽນພະລັງງານ ແລະ ການຄຸ້ມຄອງປັນຍາປະດິດ (AI).
ກິດຈະກໍາດັ່ງກ່າວໄດ້ມີການເຂົ້າຮ່ວມຂອງ 47 ສະຖາບັນວິທະຍາສາດ, ຫຼາຍກວ່າ 50 ມະຫາວິທະຍາໄລ ແລະ 20 ບໍລິສັດແຖວໜ້າທາງດ້ານເຕັກໂນໂລຊີ ແລະ ວິທະຍາສາດໃນການດໍາລົງຊີວິດ.
ເຄື່ອງມືຮ່ວມມືທົ່ວໂລກ
ໂດຍກ່າວເຖິງຄວາມສຳຄັນຂອງວິທະຍາສາດສຳລັບຄວາມສຸກຂອງມະນຸດໃນທົ່ວໂລກ, ທ່ານ ເອົາເດຣ ອາຊູເລ (Audrey Azoulay) ຜູ້ອຳນວຍການໃຫຍ່ອົງການ UNESCO ເນັ້ນໜັກວ່າ “ວິທະຍາສາດທຸກມື້ນີ້ມີຢູ່ທົ່ວທຸກແຫ່ງ, ນັບແຕ່ສິ່ງທີ່ພວກເຮົາກິນ ຮອດໂທລະສັບຢູ່ໃນຖົງ”. ຢືນຢັນວ່າ: ວິທະຍາສາດແມ່ນ “ແຮງບັນດານໃນການພັດທະນາ, ຈຳເປັນຢູ່ທຸກບ່ອນ ທຸກທີ່ ແລະ ທຸກຄົນມີສິດໄດ້ຊົມໃຊ້ຜົນປະໂຫຍດ", ທ່ານ ນາງ ເອົາເດຣ ອາຊູເລ ກ່າວວ່າ "ນີ້ແມ່ນເຫດຜົນທີ່ເປັນຫຍັງພວກເຮົາເວົ້າກ່ຽວກັບວິທະຍາສາດການທູດ: ວິທະຍາສາດບໍ່ມີຂອບເຂດ ແລະ ເປັນເຄື່ອງມືເພື່ອຄວາມເຂົ້າໃຈ ແລະ ຮ່ວມມືທົ່ວໂລກ".
ໃນຂະນະນັ້ນ, ທ່ານນາງ ອໍານາ ບາລອດ (Amna Baloch) ເອກອັກຄະລັດຖະທູດ ປາກິດສະຖານ ປະຈຳສະຫະພາບ ເອີລົບ (ອີຢູ) ໃຫ້ຮູ້ວ່າ: ການທູດວິທະຍາສາດພວມ “ໄດ້ກໍານົດຄືນບົດບາດຂອງການເຄື່ອນໄຫວການພົວພັນຕ່າງປະເທດຂອງບັນດາປະເທດ, ເນັ້ນໜັກເຖິງບົດບາດຂອງການຮ່ວມມືກັບບັນດາຄູ່ຮ່ວມມືໃໝ່ຄື ສູນຄົ້ນຄວ້າ, ມະຫາວິທະຍາໄລ ຫຼື ພາກເອກະຊົນ, ໃນຂົງເຂດຕ່າງໆເຊັ່ນ ການເຄື່ອນໄຫວແລກປ່ຽນຄວາມຮູ້,ຄວາມສາມາດ, ລັກສະນະຍືນຍົງ ຫຼື ການປັບປຸງລະບົບການແພດ”.
ສ່ວນເຈົ້າຍິງ ຊູມາຢາ ບິນ ຮາດຊານ (Sumaya bint Hassan), ປະທານສະມາຄົມວິທະຍາສາດ ພະບໍລົມສານຸວົງ ຈໍແດນ ແລະ ມະຫາວິທະຍາໄລເຕັກໂນໂລຊີ Princess Sumaya (PSUT), ທູດພິເສດດ້ານວິທະຍາສາດເພື່ອສັນຕິພາບຂອງ UNESCO ໃຫ້ຮູ້ວ່າ: “ວິທະຍາສາດສາມາດສວມບົດບາດສຳຄັນໃນການຮ່ວມມື ແລະ ແລກປ່ຽນດ້ານວັດທະນະທຳ, ນັບທັງໃນສະຖານະການຂອງການປະທະກັນ ຫຼື ຄວາມເຄັ່ງຕຶງສາກົນ ກໍ່ຄືກັບບັນດາປະເທດທີ່ເປັນຜູ້ຕາໜ້າໃຫ້ແກ່ລະບົບການເມືອງ ແລະ ຄຸນຄ່າທີ່ແຕກຕ່າງກັນ”.
![]() |
ກອງປະຊຸມສຸດຍອດການທູດວິທະຍາສາດໂລກ ສ້າງຂີດຫມາຍ ຕໍ່ກັບການເຂົ້າຮ່ວມຂອງແມ່ຍິງຈຳນວນຫຼວງຫຼາຍໃນຖານະຜູ້ປາຖະກາຖາ. (ທີ່ມາ: Mordern Diplomacy) |
ບັນດາໂຄງການນໍາໜ້າ
ການແຈ້ງການສໍາຄັນທີ່ໄດ້ຍົກຂຶ້ນທີ່ໃນກອງປະຊຸມແມ່ນການເປີດຕົວຂອງສູນການທູດວິທະຍາສາດອາຟຣິກາ ໃນປີ 2024, ທີ່ຕັ້ງຢູ່ໃນກີກາລີ (Rwanda). ນີ້ແມ່ນໂຄງການຮ່ວມມືນໍາໜ້າ ລະຫວ່າງສະພານະຄອນບາເຊໂລນາ, ເອັດຊີເທັກ ດີໂພຮູບ (SciTech DiploHub), ເຄືອຂ່າຍຂອງສະຖາບັນວິທະຍາສາດອາຟຣິກາ (NASAC) ແລະ ສະມາຄົມບັນດາມະຫາວິທະຍາໄລອາຟຣິກາ.
ນອກນີ້, ສູນການທູດວິທະຍາສາດ ທະເລເມດີແຕຣາເນ ແລະ ຕາເວັນອອກກາງ, ດ້ວຍການຮ່ວມມືຂອງ 10 ໜ່ວຍງານໃນພາກພື້ນ, ຄາດວ່າຈະເປີດໃນປີ 2025.
ຕາມທ່ານ ນາງ ເຊລາ ຊາຍເຍີ (Zehra Sayers) ອະດີດປະທານຄະນະກໍາມະການທີ່ປຶກສາຂອງອົງການທົດລອງ ແລະໝູນໃຊ້ພາກຕາເວັນອອກກາງ (SESAME), "ວິທະຍາສາດ ແລະ ເຕັກໂນໂລຢີສາມາດສ້າງເງື່ອນໄຂສະດວກໃນການແລກປ່ຽນຄວາມຄິດ ບືນຕົວອອກນອກບັນດາພື້ນຖານວັດທະນະທໍາ, ພາສາ ແລະ ສາສະຫນາຂອງພວກເຮົາ. ເພື່ອແກ້ໄຂຫຼາຍສິ່ງທ້າທາຍໃຫຍ່ໃນທົ່ວໂລກ, ວິທະຍາສາດໄດ້ນຳພາສາແຜ່ຫຼາຍທົ່ວໄປ ແລະ ເປັນເຫດຜົນທີ່ດີເພື່ອເຮັດວຽກຮ່ວມກັນ”.
ອົງການ UNESCO ປະກາດວ່າ ບາເຊໂລນາ (ສະເປນ) ຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດວິທະຍາສາດການທູດໂລກປະຈຳປີ ຈົນຮອດປີ 2028.
ບົດບາດການນຳພາຂອງແມ່ຍິງ
ນອກຈາກໄດ້ຍົກໃຫ້ເຫັນບົດບາດອັນໃຫຍ່ຫຼວງຂອງວິທະຍາສາດໃນການທູດໂລກແລ້ວ, ກອງປະຊຸມຍັງໄດ້ເນັ້ນໜັກເຖິງບົດບາດການນຳພາຂອງແມ່ຍິງໃນຂົງເຂດນີ້, ໂດຍສະແດງໃຫ້ເຫັນອັດຕາແມ່ຍິງເປັນນັກປະຖະກະຖາ 61%, ຊ້ຳບໍ່ໜຳແມ່ນ 73% ຢູ່ບັນດາປະຊຸມລະດັບສູງ. ທ່ານ ອາເລຊິດ ລອຍ (Alexis Roig), ອໍານວຍການຝ່າຍບໍລິຫານຂອງ SciTech DiploHub ແລະ ຫົວຫນ້າທູດພິເສດວິທະຍາສາດ ແລະ ເຕັກໂນໂລຢີຂອງບາເຊໂລນາ ກ່າວວ່າ: "ພວກເຮົາຕ້ອງການເນັ້ນຫນັກເຖິງບົດບາດຂອງແມ່ຍິງໃນຕໍາແຫນ່ງຜູ້ນໍາທາງດ້ານວິທະຍາສາດ, ເຕັກໂນໂລຢີ ແລະ ການທູດ".
ນອກຈາກນັ້ນ, ກອງປະຊຸມຍັງກ່າວເຖິງຫົວຂໍ້ສຳຄັນເຊັ່ນ: ການປ່ຽນແປງຂອງດິນຟ້າອາກາດ, ສຸຂະພາບທົ່ວໂລກ, ການຫັນປ່ຽນດ້ານພະລັງງານ ແລະ AI. ເຫດການດັ່ງກ່າວທີ່ໄດ້ແກ່ຍາວເປັນເວລາເກືອບອາທິດນີ້ ໄດ້ປັບປຸງທີ່ຕັ້ງຂອງບາເຊໂລນາ ດ້ວຍຖານະເປັນສູນກາງການທູດວິທະຍາສາດ ແລະ ເຕັກໂນໂລຢີທົ່ວໂລກ, ພ້ອມດຽວກັນນັ້ນ ກໍ່ຢືນຢັັນຕົນເປັນສະຖານທີ່ສໍາຄັນສໍາລັບການສ້າງພັນທະມິດສາກົນໃນອະນາຄົດ.
ອີກກໍລະນີອື່ນກ່ຽວກັບບົດບາດຂອງການທູດວິທະຍາສາດແມ່ນອົງການເອີຣົບເພື່ອການຄົ້ນຄວ້ານິວເຄຼຍ (CERN). ອົງການລະຫວ່າງລັດຖະບານແຫ່ງນີ້ໄດ້ຮັບການສ້າງຕັ້ງຂຶ້ນຢູ່ເຂດຊາຍແດນ ຝຣັ່ງ-ສະວິດ ໃນປີ 1954, ໄດ້ເຕົ້າໂຮມສະມາຊິກ 30 ປະເທດສະມາຊິກ ແລະ ນັກວິທະຍາສາດປະມານ 17.000 ຄົນທີ່ມາຈາກ 110 ກວ່າສັນຊາດເຂົ້າຮ່ວມ.
ຕາມທ່ານ ອາຈານາ ຊາມາ (Archana Sharma), ຜູ້ອໍານວຍການຝ່າຍພົວພັນສາກົນ, ນັກຄົ້ນຄວ້າທີ່ສໍາຄັນຂອງ CERN ແລ້ວ, "ການທູດວິທະຍາສາດດໍາເນີນການຢູ່ຈຸດຕັດກັນຂອງວິທະຍາສາດ, ການເມືອງ ແລະ ຍົກອອກບັນດາການກຳນົດໂດຍອີງໃສ່ຫຼັກຖານ, ນອກເຫນືອຈາກຜົນປະໂຫຍດຂອງຊາດຢ່າງແທ້ຈິງ.
ບາເຊໂລນາ, ໃນຖານະທີ່ເປັນເມືອງທໍາອິດໃນໂລກທີ່ມີຍຸດທະສາດການທູດທາງດ້ານວິທະຍາສາດ, ກໍາລັງເປີດທາງໃຫ້ເມືອງອື່ນໆທົ່ວໂລກເຊັ່ນ: ເຈນີວາ, ທະວີຄູນຮູບແບບນີ້.
ຊ ສະຫວັດ