09:56 | 28/07/2024

ນ້ຳໃຈມິດຕະພາບທີ່ຊື່ສັດບໍລິສຸດ, ສົດໃສ - ຊັບສິນອັນລ້ຳຄ່າຂອງປະຊາຊົນສອງປະເທດ ຫວຽດນາມ ແລະ ຣັດເຊຍ

ໃນ​ສະພາບ​ການ​ຂອງໂລກ​ທີ່​ສັບສົນ​ຫຼາຍ, ຣັດ​ເຊຍ ​ແລະ ຢູ​ເຄຣນ ພວມ​ເກີດ​ສົງຄາມ, ທ່ານ Putin ເອງ​ກໍ່​ກໍາລັງຖືກ​ສານ​ອາຍາ​ສາກົນ (ICC) ອອກໝາຍຈັບ​, ​ແຕ່ຫວຽດນາມ ຍັງ​ຄົງ​ເຊີນ ທ່ານ V.Putin ​ໄປ​ຢ້ຽມຢາມ ​ແລະ ທ່ານ V.Putin ກໍ່ເດີນທາງມາຫວຽດນາມ ໃນຖານະແຂກພິເສດ, ປະມຸກຂອງປະເທດໜຶ່ງທີ່ກໍາລັງຖືກ​ຝ່າຍ​ຕາ​ເວັນ​ຕົກ​ຂວໍ້າບາດ ສັ່ງລົງໂທດ​ຫຼາຍ​ກວ່າ 18.000 ຄຳສັ່ງ.

ເຫດການທີ່ຫາຍາກນີ້ເຮັດໃຫ້ມີຄວາມຄິດເຫັນທີ່ແຕກຕ່າງກັນຫຼາຍໃນທົ່ວໂລກ ແລະ ພາຍໃນປະເທດ. ມາ​ເບິ່ງ​ໝາກຜົນ​ຂອງ​ການ​ຢ້ຽມ​ຢາມ​ເພື່ອ​ເຂົ້າ​ໃຈ​ເນື້ອ​ແທ້​ຢ່າງຈະແຈ້ງ.

1) ນ້ຳ​ໃຈ​ມິດຕະພາບ​ທີ່​ບໍລິສຸດຜຸດຜ່ອງ​ທີ່​ຫາ​ຍາກ​ລະຫວ່າງ ຫວຽດນາມ - ອະດີດ​ສະຫະພາບໂຊ​ວຽດ ​ແລະ ສະຫະພັນ​ຣັດ​ເຊຍ ໃນປະຈຸ​ບັນ.

- ມິດຕະພາບ​ໄດ້ເບີ່ມຈາກ​ເລື່ອງ​ທີ່ ຫງວຽນ​ອ໋າຍກັວກ ຊອກຫາ​​ວິທີ​​ກູ້ຊາດ​ເມື່ອ​ໄດ້​ພົບ​ກັບ “ໂຄງຮ່າງການ​ສົນທະນາ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ບັນຫາ​ອານາ​ນິຄົມ” ຂອງເລນິນ (ປີ 1919) ແລະ ແສງສະຫວ່າງຂອງການປະຕິວັດເດືອນຕຸລາ ຣັດເຊຍ (ປີ19 17). ຈາກ​ນັ້ນ, ກໍ່ໄດ້ກາຍເປັນ​ອຸດົມການ ແລະ ​ເສັ້ນທາງ​ການ​ປະຕິວັດ ເພື່ອ​ຫວຽດນາມ ​ລຸກ​ຮື້​ຂຶ້ນປົດ​ປ່ອຍ​ປະ​ເທດ​ຊາດ​ ຕາມທິດສະດີ ​ມາກ-​ເລ​ນິນ, ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​. ຫຼັງ​ຈາກ​ນັ້ນກໍ່ອາໄສຊ່ວງທີ່​ສະ​ຫະພາບ​ໂຊ​ວຽດ​ ຕີລັດ​ທິ​ຟາ​ດຊິດ​ເຢຍ​ລະ​ມັນປະລາໄຊ, ຫວຽດ​ນາມ ກໍ່​ຍາດ​ແຍ່ງເອົາ​ກາ​ລະ​ໂອ​ກາດລຸກຮື້ຂຶ້ນເຮັດການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ 1945 ປະສົບຜົນ​ສຳ​ເລັດ​. ພາຍຫຼັງ​ສອງ​ສົງຄາມ​ຕໍ່ຕ້ານ​ລັດທິ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ ​ແລະ ​ຜູ້​ຮຸກ​ຮານ​ຈັກກະພັດ​ອາ​ເມ​ລິ​ກາ, ສະຫະພາບໂຊ​ວຽດ ​ຍາມ​ໃດ​ກໍ່​ໃຫ້ການ​ຊ່ວຍ​ເຫຼືອ​ຢ່າງຫຼວງຫຼາຍ, ຮອບດ້ານ ​ແລະ ປະກອບສ່ວນ​ສຳຄັນເຂົ້າ​ໃນ​ໄຊຊະນະ​ແຫ່ງ​ການ​ປົດ​ປ່ອຍ​ຊາດ ​ໂຮມ​ປະ​ເທດ​ຊາດຫວຽດນາມ​ ເປັນ​ເອກະ​ພາບ. ຕໍ່ຈາກ ສະຫະພາບໂຊວຽດ ແລະ ສະຫະພັນຣັດເຊຍ ໄດ້ຊ່ວຍເຫຼືອຫວຽດນາມ ກໍ່ສ້າງຫຼາຍໂຄງການເສດຖະກິດຈຸດສຸມກ່ຽວກັບໄຟຟ້ານ້ຳຕົກ, ນ້ຳມັນອາຍແກັສ, ການ​ຄົມມະນາຄົມຂົນ​ສົ່ງ, ການປ້ອງ​ກັນ​ປະ​ເທດ-ປ້ອງ​ກັນ​ຄວາມ​ສະ​ຫງົບ, ຊ່ວຍ​ເຫຼືອ​ດ້ານ​ການ​ບຳລຸງສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ; ຊ່ວຍ​ໃຫ້​ຫວຽດ​ນາມ ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ໃນ​ໄລ​ຍະ​ເກື້ອກູນກໍ່​ຄືການດໍາເນີນພາລະກິດແຫ່ງການ​ປ່ຽນແປງໃໝ່​ໃນ​ທຸກ​ວັນ​ນີ້.

- ອາດ​ເວົ້າ​ໄດ້​ວ່າ ການ​ພົວພັນ​ມິດຕະພາບ​​ລະຫວ່າງ​ສະຫະພາບ​ ໂຊ​ວຽດ ​ແລະ ສະຫະພັນ ​ຣັດ​ເຊຍ ກັບ ຫວຽດນາມ ​ບໍ່​​ມີ​ສິ່ງ​ໃດໆທີ່ຂັດຂ້ອງ; ຍິ່ງ​ໄປ​ກວ່າ​ນັ້ນ ແມ່ນຍິ່ງໄດ້​ຮັບການປັບປຸງ ແລະ ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃຫມ່, ເອົາ​ຊະ​ນະ​ອຸ​ປະ​ສັກ ​ແລະ ​ຄວາມ​ຍາກ​ລໍາ​ບາກ​ທັງ​ຫມົດ. ຄືກັບຕອນທີ່ຫວຽດນາມ ຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ ໃນປີ 1950, ສະຫະພາບ ໂຊວຽດແມ່ນໜຶ່ງໃນບັນດາປະເທດທຳອິດທີ່ສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ. ​ເມື່ອ​ຫວຽດນາມ​ຊ່ວຍ​ເຫຼືອກຳປູ​ເຈຍ​ ຕໍ່ສູ້​ກັບ​ກຸ່ມ​ກໍ່​ການ​ຮ້າຍ​ຂ້າ​ລ້າງ​ເຜົ່າ​ພັນ​ທີ່​ຖືກ​​ໂລກຂວໍ້າບາດນັ້ນ, ໃນປີ 1978, ສະຫະພາບ​ໂຊ​ວຽດ ​ໄດ້​ເຊັນ​ສົນທິສັນຍາ​ສັນຕິພາບ ​ແລະ ມິດຕະພາບ​ກັບ​ຫວຽດນາມ; ​ໃນ​ໄລຍະ​ຕໍ່ສູ້​ປົກ​ປັກ​ຮັກສາ​ຊາຍ​ແດນ​ພາກ​ເໜືອ ​ໃນ​ປີ 1979, ສະຫະພາບ​ໂຊ​ວຽດ​ ໄດ້​ຊ່ວຍ​ເຫຼືອ​ຫວຽດນາມ​ຢ່າງ​ສຸດ​ຈິດ​ສຸດ​ໃຈ...

- ພາຍຫຼັງ​ສະ​ຫະ​ພາບ​ໂຊ​ວຽດ​ລົ້ມ​ລະ​ລາຍການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ກັບ​ສະ​ຫະ​ພັນ​ຣັດ​ເຊຍ ຍັງ​ຄົງໄດ້ຮັບການ​ຮັກ​ສາ ແລະ ພັດ​ທະ​ນາ​ໃນ​ເງື່ອນ​ໄຂ​ໃໝ່. ທ່ານ ​ V.Putin ປະທານາທິບໍດີ ​ແລະ ບັນດາ​ການ​ນຳ​ຣັດ​ເຊຍ ຍາມ​ໃດ​ກໍ່​ຖື ຫວຽດນາມ ​ແມ່ນ​ສະຫາຍ ​ແລະ ​ເພື່ອນ​ມິດ​ທີ່​ຊື່​ສັດ. ປີ 2012, ລັດ​ເຊຍ ​ແມ່ນ​ປະ​ເທດ​ທຳ​ອິດ​ທີ່ຍົກ​ລະດັບ​ການ​ພົວພັນ​ກັບ ຫວຽດນາມ ຂຶ້ນ​ສູ່​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ. ຣັດ​ເຊຍ​ແມ່ນ​ປະ​ເທດ​ທີ່​ຂາຍ​ອາວຸດທີ່​ທັນ​ສະ​ໄໝ​ເກືອບ 70% ​ໃຫ້​ຫວຽດນາມ, ສືບ​ຕໍ່​ເປີດກວ້າງການ​ຂຸດ​ຄົ້ນ​ນ້ຳມັນ​ອາຍ​ແກັສ ​ແລະ ​ປະກາດ​ລົບລ້າງໜີ້​ສິນ​ທັງໝົດ (ເກືອບ 11 ຕື້ USD) ​ໃຫ້​ຫວຽດນາມ. ​ຣັດ​ເຊຍ​ຮູ້​ດີເຖິງ​ແຜນການ​ຂອງ​ຝ່າຍ​ຕາ​ເວັນ​ຕົກ​ທີ່​ຈະ​ໃຊ້ຢູເຄຣນ ​ເປັນ​ເຄື່ອງມື​ໂຈມ​ຕີ​ເພື່ອ​ທຳລາຍ​ປະຊາ​ຄົມ​ຊົນ​ເຜົ່າ​ຂອງ​ສະຫະພັນຣັດ​ເຊຍ, ຣັດ​ເຊຍ​ໄດ້ເປີດບັ້ນຮົບການທະຫານ​ພິ​ເສດ. ຕໍ່ໜ້າ​ສະພາບ​ການ​ດັ່ງກ່າວ, ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ ຫວຽດນາມ - ລັດ​ເຊຍ ຍັງ​ຄົງ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ ​ແລະ ຮັກສາ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ.

2) ຈຸດເນັ້ນໜັກທີ່ມີຄວາມຫມາຍພິເສດ.

- ນີ້​ແມ່ນ​ຄັ້ງ​ທີ 5 ທີ່​ ທ່ານ V.Putin ປະທານາທິບໍດີ ລັດ​ເຊຍ ມາ​ຢ້ຽມຢາມ ຫວຽດນາມ ພາຍຫຼັງ​ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Joe Biden ເຊິ່ງ​ໄດ້​ຍົກ​ລະດັບ​ການ​ພົວພັນ ຫວຽດນາມ - ອາ​ເມ​ລິ​ກາ ຂຶ້ນ​ເປັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ (​ເດືອນ​ກັນຍາ 2023). ​ເດືອນ​ທັນວາ 2023, ທ່ານ​ ສີຈິ້ນຜິງ ​ປະທານ​ປະ​ເທດ, ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ໄດ້​ໄປ​ຢ້ຽມຢາມເພື່ອກະຊັບຄວາມສໍາພັນ ​ຫວຽດນາມ - ຈີນ ​ແລະ ​ຍົກລະດັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຂຶ້ນ​ເປັນ "ປະຊາ​ຄົມແບ່ງປັນ​ໃນ​ອະນາຄົດ". ​ໃນ​ໄລຍະນີ້, ຫວຽດນາມ ກໍ່​ໄດ້​ຍົກ​ລະດັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ ສ.​ເກົາຫຼີ, ຍີ່ປຸ່ນ ​ແລະ ອົດ​ສະ​ຕາ​ລີ. ສິ່ງ​ດັ່ງກ່າວ​ໄດ້​ສ້າງ​ຄວາມ​ດຸ່ນດ່ຽງ​ຢ່າງ​ແທ້​ຈິງ ​ແລະ ພິສູດ​ໃຫ້​ເຫັນເຖິງທີ່ຕັ້ງ​ໃໝ່​ຂອງ​ຫວຽດນາມ ​ໃນ​ວິວັດ​ການ​ສ້າງ​ໂລກ​ຫຼາຍ​ຂົ້ວ.

-ຍັງບໍ່​ມີເວລາໃດທີ່​ຫວຽດນາມຈະມີພາລະກິດໃຫຍ່ຫຼວງ, ທ່າ​ແຮງບົ່ມຊ້ອນ, ຖານະບົດບາດ, ອິດທິພົນຊື່ສຽງລະດັບສາກົນ​ຄື​ໃນ​ປະຈຸ​ບັນ. ຫວຽດນາມ ກໍ່​ມີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ​ແລະ ​ສະ​ເໝີ​ພາບ​ກັບ​ຈີນ, ອາ​ເມ​ລິ​ກາ ​ແລະ ຣັດ​ເຊຍ, ເລື່ອງທີ່​ເຮັດ​ໃຫ້​ບັນດາ​ປະ​ເທດເກືອບທັງໝົດ​ໃນ​ໂລກ​ປະຫຼາດ​ໃຈ ​ແລະ ນິຍົມນັບຖື. ນີ້​ແມ່ນ​ໝາກຜົນ​ຂອງ​ນະ​ໂຍບາຍ “ການ​ທູດ​ໄມ້​ໄຜ່”, ນະ​ໂຍບາຍ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ ​ແລະ ການຫັນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ​ເພື່ອ​ຮັກສາ​ເອກະລາດ​ດ້ວຍ​ທັດສະນະ “4 ບໍ່​” ຂອງ​ຫວຽດນາມ ກໍາລັງນຳເຂົ້າໃນຊີວິດການເປັນຢູ່ຢ່າງມີປະສິດທິ​ຜົນທີ່ສຸດ.

3) ທ່ານ ​ປະທານ​ນາທິບໍດີ V.Putin ​ແລະ ທ່ານ ປະທານ​ປະ​ເທດ​ ໂຕເລີມ ຢືນຢັນ​ວ່າ ການ​ຢ້ຽມຢາມ ຫວຽດນາມ ຂອງ​ປະທານາທິບໍດີ ຣັດ​ເຊຍ ປະສົບ​ຜົນສຳ​ເລັດຢ່າງຈົບງາມ​ທີ່​ສຸດ.

ໝາກຜົນຂອງການຢ້ຽມຢາມໄດ້ຍົກອອກຢ່າງຈະແຈ້ງໃນຖະແຫຼງການລວມ ແລະ ເອກະສານທີ່ໄດ້ລົງນາມ 11​ ສະບັບ. ການ​ຮ່ວມ​ມື​ລະຫວ່າງ​ລັດ​ເຊຍ - ຫວຽດນາມ ລວມມີ​ໃນທຸກ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ການປ້ອງ​ກັນ​ປະ​ເທດ, ວັດທະນະທຳ, ການ​ສຶກສາ - ບຳລຸງ​ສ້າງ, ​ເຕັກ​ໂນ​ໂລ​ຢີ. ພິ​ເສດ​ແມ່ນ​ຄວາມ​ເປັນ​ເອກະ​ພາບ​ສູງ​ກ່ຽວ​ກັບທັດສະນະຕໍ່ກັບບັນຫາຮີບດ່ວນໃນ​ພາກ​ພື້ນ ​ແລະ ສາກົນ. ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ, ສືບ​ຕໍ່​ຮ່ວມ​ມື​ດ້ານ​ການ​ຂຸດ​ຄົ້ນ​ນ້ຳມັນ​ເຊື້ອ​ໄຟ, ນ້ຳມັນ​ອາຍ​ແກັສ​ແຫຼວ ​ແລະ ອາຍ​ແກັສທຳ​ມະ​ຊາດ; ຣັດ​ເຊຍ ​ຊ່ວຍເຫຼືອຫວຽດນາມ ຄົ້ນຄວ້າ​ເຕັກ​ໂນ​ໂລ​ຊີ​ນິວ​ເຄຼຍ, ພະລັງງານ​ສະອາດ, ພະລັງງານສີ​ຂຽວ; ສືບ​ຕໍ່​ເປີດກວ້າງ ວຽກການ​ຊຳລະ​ການ​ຄ້າ​ການ​ບໍລິການ​ລະຫວ່າງ​ສອງ​ປະ​ເທດ​ເປັນ​ສະກຸນ​ເງິນ​ພາຍໃນປະເທດ (​ໃນ​ປີ 2023 ບັນລຸ 40%, ​ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ 2024 ແມ່ນ 60%).

ໂດຍຮັບຮູ້ເຖິງທ່າແຮງ, ຄວາມໄດ້ປຽບ, ດ້ານພື້ນທີ່, ການຮ່ວມມືໃນທຸກຂົງເຂດລະຫວ່າງ 2 ປະເທດຍັງມີຫຼາຍຢູ່, ແຕ່ຍັງບໍ່ທັນໄດ້ຂຸດຄົ້ນໄດ້ໝົດເທື່ອ ຖ້າບໍ່ເວົ້າວ່າຍັງມີຂໍ້ຈຳກັດ (ພຽງແຕ່ບັນລຸປະມານ 3,65 ຕື້ USD). ສະນັ້ນ, ຕ້ອງສືບຕໍ່ນຳການຮ່ວມມືລະຫວ່າງສອງປະເທດໃຫ້ເຂົ້າສູ່ລວງເລິກ, ທາດແທ້ ແລະ ມີປະສິດທິຜົນ, ຕ້ອງສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດສອງປະເທດຮ່ວມມື, ລົງທຶນເຂົ້າໃນບັນດາພາກພື້ນຫຼາຍກວ່າເກົ່າ, ສ້າງເງື່ອນໄຂສະດວກໃຫ້ພົນລະເມືອງພົນລະເມືອງຫວຽດນາມ ທີ່ຢູ່ຣັດເຊຍ ແລະ ພົນລະເມືອງຣັດເຊຍ ທີ່ຢູ່ຫວຽດນາມ ມີ​ກາລະ​ໂອກາດ​ດຳລົງ​ຊີວິດ, ຮ່ຳຮຽນ, ​ເຮັດ​ວຽກ, ອອກ​ແຮງ​ງານ ​ແລະ ດຳ​ເນີນ​ທຸລະ​ກິດຢ່າງສະດວກສະບາຍ...

ອາດ​ເວົ້າ​ໄດ້​ວ່າ ດ້ວຍ​ນະ​ໂຍບາຍ​ພາຍ​ໃນ ​ແລະ ການຕ່າງປະ​ເທດທີ່ມີຄວາມກ້າຫານ, ມີໄຫວພິບ ແລະ ​ເດັດຂາດ​ຂອງ​ທ່ານ V. Putin ປະທານາທິບໍດີ ຣັດ​ເຊຍ ​ໄດ້​ຜ່ານຜ່າການ​ປິດລ້ອມຕ້ານການທໍາລາຍ​ຂອງ​ຝ່າຍ​ຕາ​ເວັນ​ຕົກ, ຣັດ​ເຊຍກໍາລັງພົ້ນເດັ່ນຂຶ້ນກາຍເປັນ​ປະ​ເທດ​ມະຫາ​ອຳນາດຂອງ​ໂລກ, ສູ້​ຊົນ​ໃຫ້​ມີ​ຂອບຂະ​ໜາດ​ເສດ​ຖະ​ກິດ​ລື່ນ​ກາຍ​ເຢຍ​ລະ​ມັນ, ຍີ່​ປຸ່ນ ແລະ ຢືນ​ຢູ່​ໃນ​ top 4 (ອາ​ເມ​ລິ​ກາ - ຈີນ - ອິນ​ເດຍ - ລັດ​ເຊຍ)... ປະເທດຣັດ​ເຊຍ ສະຫງ່າຜ່າເຜີຍ, ມີຈຸດຢືນທີ່ໝັ້ນຄົງ ​ແລະ ​ກຳ​ລັງ​ພັດ​ທະ​ນາຄື​ດັ່ງ​ທີ່ ທ່ານ V.Putin ໄດ້​ຖະແຫຼງ​ວ່າ "ຜ່ານຜ່າການ​ລົງ​ໂທດ, ກຳລັງຢູ່ໃນໄລຍະ​ຟື້ນ​ຕົວ ​ແລະ ​ໃນ​ທ່ວງທ່າການພັດ​ທະ​ນາ​ຢ່າງ​ວ່ອງ​ໄວ".

ຫວຽດນາມມີຄວາມປິຕິຍິນດີຕໍ່ຜົນສຳເລັດຂອງຣັດເຊຍ, ຕ້ອນຮັບປະທານາທິບໍດີ ຣັດເຊຍ ດ້ວຍນ້ຳໃຈມິດຕະພາບອັນລ້ຳຄ່າ, ແໜ້ນແຟ້ນ, ຊື່ສັດບໍລິວຸດທີ່ຫາຍາກ. ເມື່ອກັບຄືນປະເທດ ທ່ານ V.Putin ໄດ້ສົ່ງໂທລະເລກຂອບອົກຂອບໃຈ ທ່ານ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ທ່ານ ປະທານປະເທດ ໂຕເລີມ ທີ່ໄດ້ໃຫ້ການຕ້ອນຮັບຢ່າງສົມກຽດ, ຝັງແໜ້ນໄປດ້ວຍຄວາມປະທັບໃຈທີ່ງົດງາມທີ່ສຸດ. ນໍ້າໃຈນັ້ນໄດ້ເລີ່ມແຕ່ການ​ປະຕິວັດ​ເດືອນ​ຕຸລາ ສືບ​ຕໍ່​ໄດ້​ຮັບ​ການຜັນຂະຫຍາຍຕາມກະແສ​ປະຫວັດສາດ; ເປັນຊັບສົມບັດອັນລ້ຳຄ່າຂອງສອງຊາດທີ່ໃສແຈ້ງຕະຫຼອດໄປ.

ປອ. ດັ້ງຊຸຍເບົາ

Link: https://huunghivietlao.thoidai.com.vn/detail-article-19229.html

In bài biết