10:12 | 12/08/2019

ນັກຮຽນຫວຽດນາມ ຍາດໄດ້ 4 ຫຼຽນຄຳທີ່ການແຂ່ງຂັນຄະນິດສາດໜຸ່ມສາກົນ

ໃນການແຂ່ງຂັນເປັນທີມ, ທີມຫວຽດນາມ ຍາດໄດ້ 2 ຂັນຊະນະເລີດ, ລາງວັນທີໜຶ່ງ 1 ລາງວັນ, ລາງວັນທີສອງ 2 ລາງວັນ. ຜົນງານທີ່ດີເລີດຂອງບັນດານັກຮຽນຮ່າໂນ້ຍ ທີ່ຕາງໜ້າໃຫ້ທີມຫວຽດນາມ ຢູ່ທີ່ການແຂ່ງຂັນໄດ້ນໍາຫວຽດນາມ ລອດເຂົ້າໃນ top 5 ທີມເກັ່ງທີ່ສຸດໃນໂລກ.

ນັກຮຽນຫວຽດນາມ ຍາດໄດ້ 4 ຫຼຽນຄຳທີ່ການແຂ່ງຂັນຄະນິດສາດໜຸ່ມສາກົນ

ຄະນະນັກຮຽນ ຫວຽດນາມ ຍາດໄດ້ຫຼຽນຄຳ 4 ຫຼຽນ ທີ່ການສອບເສັງຄະນິດສາດໜຸ່ມສາກົນ - IMC 2019 (ພາບ: TTXVN)

ທີມຫວຽດນາມ ລວມມີນັກຮຽນທັງໝົດ 15 ຄົນທີ່ມາຈາກໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາຮ່າໂນ້ຍ-Amsterdam, ຕາງໜ້າໃຫ້ນັກຮຽນໃນທົ່ວປະເທດເຂົ້າຮ່ວມການແຂ່ງຂັນໃນປະເພດທີ່ສະຫງວນໃຫ້ບັນດານັກຮຽນທີ່ມີອາຍຸຕ່ຳກວ່າ 14 ປີ ແລະແຕ່ 14-17 ປີ.

ການແຂ່ງຂັນຄະນິດສາດໜຸ່ມສາກົນໄດ້ຈັດຕັ້ງເປັນປະຈໍາປີໂດຍມີການຜັດປ່ຽນກັນຈັດຕັ້ງຂອງບັນດາປະເທດສະມາຊິກ, ສະຫງວນໃຫ້ບັນດານັກຮຽນທີ່ມາຈາກຫຼາຍກວ່າ 40 ປະເທດ ແລະເຂດແຄວ້ນໃນໂລກ. ນອກຈາກເຂົ້າຮ່ວມບັນດາການແຂ່ງຂັນແລ້ວ ທີມຫວຽດນາມ ຍັງໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຕ່າງໆ, ໄປທັດສະນະສຶກສາ ແລະພົບປະແລກປ່ຽນວັດທະນະທໍາກັບບັນດາທີມນັກຮຽນຂອງປະເທດຕ່າງໆ.

(ຄຳຮຸ່ງ)

Link: https://huunghivietlao.thoidai.com.vn/detail-article-1892.html

In bài biết