10:42 | 18/07/2019

ຫວຽດນາມ ເຂົ້າຮ່ວມ ງານວາງສະແດງສະບຽງອາຫານຄຸນນະພາບສູງ ອາຊີ 2019

ຕອນເຊົ້າວັນທີ 17 ກໍລະກົດ, ຢູ່່ສູນ Suntec ສິງກະໂປ, ງານວາງສະແດງສະບຽງອາຫານຄຸນນະພາບສູງ ອາຊີ ປີ 2019 ໄດ້ຖືກໄຂຂຶ້ນ ດ້ວຍການເຂົ້າຮ່ວມຂອງບັນດາຜູ້ຕາງໜ້າວິສາຫະກິດເກືອບ 200 ແຫ່ງ ທີ່ມາຈາກ 20 ປະເທດ ແລະ ເຂດແຄວ້ນໃນໂລກ.

ຫວຽດນາມ ເຂົ້າຮ່ວມ ງານວາງສະແດງສະບຽງອາຫານຄຸນນະພາບສູງ ອາຊີ 2019

ຮ້ານວາງສະແດງຂອງຫວຽດນາມ ຢູ່ ງານວາງສະແດງສະບຽງອາຫານຄຸນນະພາບສູງ ອາຊີ ປີ 2019. (ພາບ: TTXVN)

ປີນີ້, ຫວຽດນາມ ໄດ້ນໍາເອົາບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະ ແລະ ເປັນມິດກັບສິ່ງແວດລ້ອມຄື ທໍ່ດູດທີ່ເຮັດດ້ວຍຜັກ, ໝາກໄມ້ ຫຼື ບັນດາຜະລິດຕະພັນນໍ້າປັ່ນ, ເຂົ້າໜົມທີ່ເຮັດຈາກໝາກມັງກອນ ມາວາງສະແດງທີ່ງານວາງສະແດງ ອັນໄດ້ດຶງດູດຄວາມສົນໃຈເປັນພິເສດຂອງລູກຄ້າ ແລະ ຜູ້ມາຢ້ຽມຊົມງານວາງສະແດງ.

(ແຫຼ່ງ​ຂໍ້​ມູນ​: VOV WORLD)

Link: https://huunghivietlao.thoidai.com.vn/detail-article-1886.html

In bài biết