08:46 | 29/05/2019

ນັກທ່ອງທ່ຽວ ເຂົ້າມາທ່ຽວ ຫວຽດນາມ ຫຼາຍກວ່າ 5.700 ຄົນ

ນັກທ່ອງທ່ຽວ  ເຂົ້າມາທ່ຽວ ຫວຽດນາມ ຫຼາຍກວ່າ 5.700 ຄົນ

ກໍາປັ່ນ Spectrum of the Seas. (ພາບ:baovanhoa.vn)

ນັກທ່ອງທ່ຽວ ແລະ ລູກເຮືອ ໄດ້ຢ້ຽມຊົມບັນດາສະຖານທີ່, ປູຊະນີຍະສະຖານ, ໝູ່ບ້ານອາຊີບ, ເຮືອນບູຮານ ຢູ່ຫວຸ້ງເຕົ່າ ແລະ ສະຖານທີ່ທ່ອງທ່ຽວຈໍານວນໜຶ່ງ ຢູ່ນະຄອນໂຮ່ຈີ໋ມິງ. ການລ່ອງເຮືອຂອງກໍາປັ່ນ Spectrum of the Seas ແມ່ນຈະກິດເວລາຢູ່ປະມານ 9 ມື້, ເຊິ່ງເລີ່ມເດີນທາງຈາກ ປະເທດສິງກະໂປ ແລະ ສິ້ນສຸດຢູ່ ຊຽງ​ໄຮ້ ປະເທດຈີນ ໃນວັນທີ 3 ມີຖຸນາ 2019. ໃນການເດີນທາງ, ກໍາປັ່ນຈະເຂົ້າທຽບທ່າກຳປັ່ນບາງແຫ່ງ ຂອງ ສສ ຫວຽດນາມ ເພື່ອໃຫ້ນັກທ່ອງທ່ຽວຢ້ຽມຊົມ ບັນດານະຄອນແຫຼ່ງທ່ອງທ່ຽວຕ່າງໆ. Spectrum of the Seas ໄດ້ຮັບການຕີລາຄາວ່າເປັນກໍາປັ່ນເດີນທະເລທີ່ທັນສະໄໝທີ່ສຸດໃນໂລກ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-1874.html

In bài biết