15:41 | 10/06/2019

ງານວາງສະແດງ “ມໍລະດົກວັດທະນະທຳ, ທ່ອງທ່ຽວທະເລໝູ່ເກາະ ຫວຽດນາມ”

ງານວາງສະແດງ “ມໍລະດົກວັດທະນະທຳ, ທ່ອງທ່ຽວທະເລໝູ່ເກາະ ຫວຽດນາມ”

ພາບປະກອບ

ເຂດວາງສະແດງລວມ “ມໍລະດົກວັດທະນະທຳ, ທ່ອງທ່ຽວທະເລໝູ່ເກາະ ຫວຽດນາມ” ຈະໃຫ້ເຫັນຮູບພາບສັງລວມກ່ຽວກັບທະເລ, ໝູ່ເກາະຂອງຫວຽດນາມ ຜ່ານບັນດາໄລຍະປະຫວັດສາດ ດ້ວຍພາບຖ່າຍ 200 ແຜ່ນ ແນະນຳບັນດາເອກະສານ, ວັດຖຸພັນ, ແຜນທີ່ເກົ່າ, ເອກະສານພາສາຫວຽດເດີມ ກ່ຽວກັບຮ່ວາງຊາ ແລະ ເຈື່ອງຊາ ຂອງຫວຽດນາມ, ຊຸດອາພອນງານບຸນຂອງຊາວປະມົງເຂດແຄມທະເລ ແລະ ອື່ນໆ ເອກະສານສະໄໝລາຊະວົງ ຫງວຽນ ມີເນື້ອໃນກ່ຽວກັບອຳນາດອະທິປະໄຕເຂດທະເລໝູ່ເກາະ ສຳລັບ 2 ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ; ຄວາມເອົາໃຈໃສ່, ການຊີ້ນຳຂອງ ປະທານ ໂຮ່ ຈິ໋ ມິງ ແລະ ບັນດາການນຳພັກ ແລະ ລັດ ໃນພາລະກິດສ້າງສາ ແລະ ປົກປັກຮັກສາອຳນາດອະທິປະໄຕເຂດທະເລ, ໝູ່ເກາະ, ເຂດໄຫຼ່ທະວີບຂອງປະເທດຊາດ. ງານວາງສະແດງແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນຂອງປີທ່ອງທ່ຽວຍາຈາງ, ແຄ໋ງຮ່ວາ 2019.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-1870.html

In bài biết