00:54 | 15/05/2019

ຫວຽດນາມ ໄດ້ແຊມໃນການແຂ່ງຂັນ Futsal ມິດຕະພາບການຮ່ວມມື ແມ່ນໍ້າຂອງ - ແມ່ນໍ້າລ້ານຊ້າງ 2019

ຫວຽດນາມ ໄດ້ແຊມໃນການແຂ່ງຂັນ Futsal ມິດຕະພາບການຮ່ວມມື ແມ່ນໍ້າຂອງ - ແມ່ນໍ້າລ້ານຊ້າງ 2019

ຫວຽດນາມ ໄດ້ແຊມໃນການແຂ່ງຂັນ Futsal ມິດຕະພາບການຮ່ວມມື ແມ່ນໍ້າຂອງ - ແມ່ນໍ້າລ້ານຊ້າງ 2019

ໃນການແຂ່ງຂັນຂອງນັດຊິງແຊມ, ທິມບານເຕະສະຖານທູດຫວຽດນາມ ໄດ້ເອົາຊະນະທິມບານເຕະກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ກໍາປູເຈຍ 3 ປະຕູຕໍ່ 0. ດ້ວຍຜົນການແຂ່ງຂັນຂອງນັດຊິງແຊມນັ້ນ, ທິມບານເຕະສະຖານທູດຫວຽດນາມ ໄດ້ແຊມໃນການແຂ່ງຂັນ Futsal ມິດຕະພາບການຮ່ວມມື ແມ່ນໍ້າຂອງ - ແມ່ນໍ້າລ້ານຊ້າງ 2019.

ຖັດຈາກຕໍ່ມາທິມບານເຕະກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ກໍາປູເຈຍ ໄດ້ຈັດຢູ່ອັນດັບສອງ, ທິມບານເຕະສະຖານທູດໄທໄດ້ຈັດຢູ່ອັນດັບສາມ ພາຍຫຼັງທີ່ໄດ້ເອົາຊະນະທິມບານເຕະສະຖານທູດລາວ.

ການແຂ່ງຂັນ Futsal ມິດຕະພາບການຮ່ວມມື ແມ່ນໍ້າຂອງ - ແມ່ນໍ້າລ້ານຊ້າງ 2019 ໄດ້ຈັດຂຶ້ນເພື່ອເພີ່ມທະວີໃນການແລກປ່ຽນດ້ານກິລາ, ຮັດແໜ້ນສາຍພົວພັນມິດຕະພາບສາມັກຄີ ແລະ ບັນດາປະເທດມີການພັດທະນາຮ່ວມກັນກວ່າອີກ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-1861.html

In bài biết