11:11 | 20/05/2019

ຍູ້ແຮງການໂຄສະນາຮູບແບບການແຂ່ງຂັນ “ການອອກແຮງງານເກັ່ງກ້າສາມາດ - ມີຫົວຄິດປະດິດສ້າງ”

ຍູ້ແຮງການໂຄສະນາຮູບແບບການແຂ່ງຂັນ “ການອອກແຮງງານເກັ່ງກ້າສາມາດ - ມີຫົວຄິດປະດິດສ້າງ”

ຍູ້ແຮງການໂຄສະນາຮູບແບບການແຂ່ງຂັນ “ການອອກແຮງງານເກັ່ງກ້າສາມາດ - ການອອກແຮງງານມີຫົວຄິດປະດິດສ້າງ”.(ພາບ:baohaiphong.com.vn)

ເຂົ້າຮ່ວມກອງປະຊຸມມີບັນດາສະຫາຍ: ສະຫາຍ ຟານວັນແອງ, ຮອງປະທານສະຫະພັນໃຫຍ່ແຮງງານຫວຽດນາມ; ສະຫາຍ ຫງວຽນທີ້ເຫງັຍ, ຮອງເລຂາຜູ້ປະຈໍາການຄະນະພັກແຂວງ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດຫາຍຟ່ອງ; ສະຫາຍ ເລຄັກນາມ, ຮອງປະທານຄະນະກໍາມະການປະຊາຊົນນະຄອນ; ສະຫາຍ ບູ່ຍດຶກກວາງ, ຮອງປະທານສະພາປະຊາຊົນນະຄອນ; ພ້ອມດ້ວຍບັນດາຜູ້ຕາງໜ້າຂອງບັນດາພະແນກ, ພວກສ່ວນທີ່ກ່ຽວຂ້ອງ ແລະ ຜູ້ຕາງໜ້າໃຫ້ແກ່ກໍາມະກອນ, ລັດຖະກອນ, ຜູ້ອອກແຮງງານ ນະຄອນ ດ້ວຍຈໍານວນ 600 ຄົນ.

ຍູ້ແຮງການໂຄສະນາຮູບແບບການແຂ່ງຂັນ “ການອອກແຮງງານເກັ່ງກ້າສາມາດ - ມີຫົວຄິດປະດິດສ້າງ”

ລາຍການສະແດງສີລະປະທີ່ກອງປະຊຸມ. (ພາບ:baohaiphong.com.vn)

ໃນບັນຍາກາດເບີກບານມ່ວນຊື່ນ, ບັນດາຜູ້ແທນ ໄດ້ຮັບຟັງບົດລາຍງານຜົນງານການແຂ່ງຂັນ “ການອອກແຮງງານເກັ່ງກ້າສາມາດ - ການອອກແຮງງານມີຫົວຄິດປະດິດສ້າງ” ຂອງ ກໍາມະກອນ, ລັດຖະກອນ, ຜູ້ອອກແຮງງານ ນະຄອນ ປີ 2018, ຜົນງານການຈັດຕັ້ງປະຕິບັດກອງປະຊຸມສອບເສັງຫົວຄິດປະດິດສ້າງເຕັກນິກກໍາມະກອນຜູ້ອອກແຮງງານ ປີ 2018 – 2019.

ເນື່ອງໃນໂອກາດນີ້, ສະຫະພັນແຮງງານໃຫຍ່ຫວຽດນາມ ໄດ້ມອບໃບຍ້ອງຍໍການອອກແຮງງານມີຫົວຄິດປະດິດສ້າງ ປີ 2018 ໃຫ້ແກ່ 68 ຄົນ; ຄະນະກໍາມະການປະຊາຊົນນະຄອນ ໄດ້ມີການສັນລະເສີນບຸກຄົນຜູ້ທີ່ມີຜົນງານດີໃນການແຂ່ງຂັນສອບເສັງຫົວຄິດປະດິດສ້າງເຕັກນິກກໍາມະກອນຜູ້ອອກແຮງງານ ປີ 2018 – 2019.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-1853.html

In bài biết