21:08
|
31/01/2020
ປະຊາຊົນ ລໍຖ້າການແຈກຢາຍ ກາປະທັບຂອງວັນ ເຈີ່ນ ເກືອບຊອດແຈ້ງ
ພາຍຫຼັງເຮັດພິທີກຳເປີດກາປະທັບ ເວລາ 23ໂມງ15 18/2 ຮອດ 5ໂມງເຊົ້າວັນທີ 19/2 ຄະນະຈັດຕັ້ງພິທີເປີດບຸນວັດເຈີ່ນ(ແຂວງນາມດິ້ງ)ແລ້ວຈິ່ງແຈກຢາຍໃຫ້ປະຊາຊົນ.
ປະຊາຊົນພາກັນນອນຖ້າການແຈກຢາຍກາປະທັບຂອງວັນເຈີ່ນ.
3ໂມງປາຍ ຜູ້ຄົນພາກັນລຽນແຖວຢ່າງໜາແໜ້ນ ຢູ່ທາງເຂົ້າເພື່ອຂໍກາປະທັບຂອງວັດເຈີ່ນ.
ກຳລັງປ້ອງກັນຄວາມສະຫງົບໃນວັດເຈີ່ນ ຈັດລະບຽບໃຫ້ປະຊາຊົນເຂົ້າແຖວເປັນລະບຽບ.
ຫຼາຍຄົນຖ້າດົນດ້ວຍຄວາມເມື່ອຍລ້າແລະເຫງົານອນ.
5ໂມງເຊົ້າ, ແຜນກາປະທັບໃບທຳອິດໄດ້ຮັບການແຈກຢາຍໃຫ້ປະຊາຊົນ.
"ຂ້ອຍເຂົ້າແຖວຖ້າແຕ່ 4ໂມງເຊົ້າ, ຊີງເຂົ້າໄປເຮືອແຕກເຮືອແຕນຈັງໄດ້ໃບກາປະທັບອັນທຳອິດ. ຫວັງວ່າປີໃໝ່ນີ້ຈະມີແຕ່ຄວາມສຸກກາຍສະບາຍໃຈ ແລະ ໂຊກລາບ. ລຸງ ຫງວ໋ຽນ ວັນຫ໋າຍ ປະຊາຊົນແຂວງນາມດິ້ງ.
ພາຍຫຼັງໄດ້ຮັບໃບກາປະທັບຂອງວັດເຈິ່ນ ແລ້ວ ປະຊາຊົນກໍ່ພາກັນມາຈູດທູບທຽນໄຫວ້ຕໍ່ໜ້າວັດ.
ປະຊາຊົນສ່ວນໃຫຍ່ ເຊື່ອວ່າປີໃໝ່ຫາກໃຜໄດ້ຮັບກາປະທັບຈາກວັດເຈີ່ນ ຈະໄດ້ຮັບແຕ່ຄວາມສຸກຄວາມຈະເລີນ, ປະສົບຜົນສຳເລັດໃນໜ້າທີ່ການງານ.
ນັກຮົບເກົ່ານຳໃບກາປະທັບວັດເຈີ່ນມາເພີ່ມເຕີມ.
6ໂມງເຊົ້າ, ປະຊາຊົນທີ່ມາຮັບໃບກາປະທັບວັດເຈີ່ນ ເລີ່ມເບົາບາງລົງ. ຄະນະຈັດຕັ້ງພິທີເວົ້າວ່າປີນີ້ທາງຄະນະໄດ້ເຮັດ ໃບກາປະທັບ ພຽງ 150.000 ໃບ ເພື່ອແຈກຢາຍໃຫ້ພໍ່ແມ່ປະຊາຊົນ.
Link: https://huunghivietlao.thoidai.com.vn/detail-article-1846.html
In bài biết