00:54 | 14/05/2019

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄປຖະຫວາຍທູບທຽນອາໄລຫາອະດີດເລຂາທິການໃຫຍ່ ເລຢວ໋ນ, ເຈື່ອງຈີງ

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄປຖະຫວາຍທູບທຽນອາໄລຫາອະດີດເລຂາທິການໃຫຍ່ ເລຢວ໋ນ, ເຈື່ອງຈີງ

ທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຖະຫວາຍທູບທຽນອາໄລຫາອະດີດເລຂາທິການໃຫຍ່ ເລຢວ໋ນ, ເຈື່ອງຈີງ. (ພາບ: ສໍານັກຂ່າວສານຫວຽດນາມ)

ທ່ານ ຫງວຽນຝູຈ້ອງ ໄດ້ຈູດທູບສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີ, ການປະກອບສ່ວນອັນໃຫຍ່ຫຼວງຂອງບັນດາສະຫາຍອະດີດເລຂາທິການໃຫຍ່ ເລຢວ໋ນ, ເຈື່ອງຈີງ ໃນພາລະກິດການປະຕິວັດຂອງພັກ, ຂອງປະເທດຊາດ; ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ບັນພະບຸລຸດທີ່ໄດ້ອຸທິດສ່ວນຫຼາຍຢ່າງເພື່ອເອກະລາດ, ເສລີພາບຂອງປະເທດຊາດ, ຄວາມຜາສຸກຂອງ ປະຊາຊົນ.

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄປຖະຫວາຍທູບທຽນອາໄລຫາອະດີດເລຂາທິການໃຫຍ່ ເລຢວ໋ນ, ເຈື່ອງຈີງ

ທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຖ່າຍຮູບກັບຄອບຄົວສະຫາຍເຈື່ອງຈີງ. (ພາບ: ສໍານັກຂ່າວສານຫວຽດນາມ)

ຊເນື່ອງໃນໂອກາດຕ້ອນຮັບປີໃໝ່, ທ່ານ ຫງວຽນຝູຈ້ອງ ອວຍພອນຄອບຄົວບັນດາສະຫາຍອະດີດເລຂາທິການໃຫຍ່ ເລຢວ໋ນ, ເຈື່ອງຈີງ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ, ປະສົບຜົນສໍາເລັດ, ຮໍ່າຮຽນດີ, ອຸທິດສ່ວນໃຫ້ແກ່ປະເທດຊາດ, ປະຊາຊົນຫຼາຍກວ່າອີກ.

(ແຫຼ່ງ​ຂໍ້​ມູນ​: ເຈິ່ນຮວ່ຽນ/ກປ.ອອນໄລ)

Link: https://huunghivietlao.thoidai.com.vn/detail-article-1842.html

In bài biết