ນາຍົກລັດຖະມົນຕີ 2 ປະເທດຫວຽດນາມ ແລະ ລາວ ໄດ້ເປັນສັກຂີພິຍານພິທີລົງນາມໃນບັນດາເອກະສານຮ່ວມມືລະຫວ່າງ 2 ປະເທດ
ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສອນໄຊ ສີພັນດອນ ພ້ອມດ້ວຍພັນລະຍາ ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ເປັນປະທານຮ່ວມກອງປະຊຸມຄັ້ງທີ 46 ຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ ແຕ່ວັນທີ 6 – 7 ມັງກອນນີ້ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.
ນາຍົກລັດຖະມົນຕີສອງປະເທດເປັນສັກຂີພິຍານການນຳບັນດາກະຊວງ, ອົງການຂອງສອງປະເທດລົງນາມໃນເອກະສານຮ່ວມມືທີ່ສຳຄັນ.
ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະ ທ່ານພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ໄດ້ລົງນາມໃນອະນຸສັນຍາຮ່ວມມືປ້ອງກັນຊາຍແດນລະຫວ່າງສອງກະຊວງປ້ອງກັນປະເທດ.
![]() |
ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະ ທ່ານພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ |
ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວຽດນາມ ເຈີ່ນວັນເຊີນ ແລະ ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການນາຍົກລັດຖະມົນຕີ ລາວ ອາລຸນໄຊ ສຸນນາລາດ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບແຜນການຮ່ວມມືລະຫວ່າງ 2 ຫ້ອງວ່າການໄລຍະ 2024-2025.
ທ່ານລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ແລະ ທ່ານລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ລາວ ມາໄລທອງ ກອມມູນິດ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການພັດທະນາ ແລະ ການເຊື່ອມຈອດພື້ນຖານໂຄງລ່າງການຄ້າຊາຍແດນ ລະຫວ່າງ ລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ລັດຖະບານ ສປປ ລາວ.
![]() |
ທ່ານລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ແລະ ທ່ານລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ລາວ ມາໄລທອງ ກອມມູນິດ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການພັດທະນາ ແລະ ການເຊື່ອມຈອດພື້ນຖານໂຄງລ່າງການຄ້າຊາຍແດນ ລະຫວ່າງ ລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ລັດຖະບານ ສປປ ລາວ. |
ທ່ານລັດຖະມົນຕີວ່າການກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຫງວຽນກິມເຊີນ ແລະ ທ່ານລັດຖະມົນຕີກະຊວງສຶກສາ ແລະ ກິລາ ລາວ ພຸດສິມມາລາວົງ ໄດ້ລົງນາມໃນແຜນການຮ່ວມມື 2024 ລະຫວ່າງ ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ແລະ ກະຊວງສຶກສາ ແລະ ກິລາ ລາວ.
ກ່ອນໜ້ານັ້ນ, ທີ່ການເຈລະຈາ, ທ່ານນາຍົກລັດຖະມົນຕີ 2 ທ່ານໄດ້ກວດກາຄືນການປະຕິບັດບັນດາຂໍ້ຕົກລົງຂັ້ນສູງ ແລະ ກົນໄກຮ່ວມມືລະຫວ່າງ 2 ປະເທດໃນທຸກຂົງເຂດການເມືອງ - ການຕ່າງປະເທດ, ຄວາມໝັ້ນຄົງ - ປ້ອງກັນຄວາມສະຫງົບ, ການລົງທຶນ - ການຄ້າ, ວັດທະນະທຳ, ການສຶກສາ... , ປຶກສາຫາລືກ່ຽວກັບທິດທາງ ແລະ ຈຸດສຸມຂອງການຮ່ວມມືໃນໄລຍະຈະມາເຖິງ ເພື່ອສ້າງກຳລັງແຮງໃໝ່ເພື່ອຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ.
ບັນດາເອກະສານທີ່ໄດ້ຮັບການລົງນາມໃໝ່ມີຄວາມໝາຍສຳຄັນ, ປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ສືບຕໍ່ພັດທະນາຢ່າງແຮງ ແລະ ເລິກເຊິ່ງໃນທຸກຂົງເຂດ ແລະ ຈະມີບັນດາບາດກ້າວພັດທະນາໃໝ່ໃນໄລຍະຈະມາເຖິງ.
ຄຳຮຸ່ງ