20:10 | 06/01/2024

ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ

ສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ສົມທົບກັນໃນການຊຸກຍູ້ການຮ່ວມມືລະຫວ່າງນັກທຸລະກິດໜຸ່ມຂອງ 2 ປະເທດ ສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ສົມທົບກັນໃນການຊຸກຍູ້ການຮ່ວມມືລະຫວ່າງນັກທຸລະກິດໜຸ່ມຂອງ 2 ປະເທດ
ທ່ານລັດຖະມົນຕີ ຫວຽດນາມ ໂຕ່ເລີ່ມ ໄດ້ຮັບຕ້ອນຕາມມາລະຍາດທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາວ ທ່ານລັດຖະມົນຕີ ຫວຽດນາມ ໂຕ່ເລີ່ມ ໄດ້ຮັບຕ້ອນຕາມມາລະຍາດທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາວ

ທ່ານປະທານປະເທດ ຫວໍວັນເຖືອງ ຢັ້ງຢືນວ່າ ພັກ, ລັດຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະໃຫ້ບຸລິມະສິດສູງສຸດແກ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ. ການນຳສອງທ່ານ ໄດ້ເຫັນດີເປັນເອກະພາບສືບຕໍ່ຮັກສາການຢ້ຽມຢາມ, ການພົບປະຂັ້ນສູງ ແລະທຸກຂັ້ນ; ຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງສຳຄັນລະຫວ່າງ ສອງພັກ, ສອງປະເທດຢ່າງມີປະສິດທິຜົ.

ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ

ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ

ນອກຈາກນັ້ນ, ຜູ້ນຳ​ຫວຽດນາມ ​ແລະ ລາວ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ ຍູ້ແຮງການຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະການທູດ; ສືບຕໍ່ເອົາໃຈໃສ່ເປັນພິເສດເຖິງການສຶກສາ, ໂຄສະນາ, ຍົກສູງຄວາມຮັບຮູ້ຂອງປະຊາຊົນສອງປະເທດ, ພິເສດແມ່ນລຸ້ນໜຸ່ມກ່ຽວກັບມູນເຊື້ອປະຫວັດສາດແຫ່ງຄວາມສະໜິດຕິດພັນ, ສັດຊື່ບໍລິສຸດ ແລະຜົນງານຂອງການພົວພັນສາມັກຄີແບບພິເສດ ຫວຽດນາມ-ລາວ; ພ້ອມທັງ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດ, ຄື: ການສຶກສາ, ກໍ່ສ້າງ, ການທ່ອງທ່ຽວ, ເສດຖະກິດ, ການຄ້າ ແລະການລົງທຶນ.

ທ່ານປະທານປະເທດ ຫວໍວັນເຖືອງ ເນັ້ນໜັກວ່າ ສອງຝ່າຍຄວນສືບຕໍ່ເສີມຂະຫຍາຍການພົວພັນດ້ານການເມືອງທີ່ດີເປັນພິເສດ; ສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍແຜນການ, ໂຄງການຮ່ວມມືຢ່າງມີປະສິດທິຜົນ; ສະເໜີ ລາວ ສືບຕໍ່ເອົາໃຈໃສ່ ແລະສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ໝັ້ນຄົງ ແລະພັດທະນາ.

ທ່ານປະທານປະເທດ ຫວໍວັນເຖືອງ ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນລາວ ໃນຄວາມສາມາດເພື່ອລາວ ປະຕິບັດໜ້າທີ່ຮັບຜິດຊອບສາກົນໃນປີ 2024, ປະກອບສ່ວນຍົກສູງທີ່ຕັ້ງຂອງລາວ ແລະປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-18180.html

In bài biết