ພິທີບູຊາບັນພະບຸລຸດ ຮູ່ງເວືອງ ຈະໃດ້ຈັດຂຶ້ນຢູ່ລາວເປັນຄັ້ງທໍາອິດ
|
ພິທີບູຊາບັນພະບຸລຸດ ຮູ່ງເວືອງ
ດ້ວຍນ້ຳໃຈ ແລະ ຄວາມຮູ້ສຶກຂອງປະຊາຊົນຫວຽດນາມທຸກໆຄົນທີ່ຄິດເຖິງປະເທດຊາດ ແລະ ບ້ານເກີດເມືອງນອນຂອງຕົນຢ່າງສະເໝີ. ປີນີ້ເຊິ່ງໄດ້ຮັບການສະໜັບສະໜູນຢ່າງຕັ້ງໜ້າຂອງສະມາຄົມປະສານງານຊາວຫວຽດນາມຢູ່ຕ່າງປະເທດ - ແນວໂຮມແຫ່ງຊາດຫວຽດນາມ, ສະຖານທູດຫວຽດນາມປະຈຳລາວ ຈະປະສານສົມທົບກັບບັນດາວິສາຫະກິດ, ອົງການຕົວແທນຕ່າງໆຂອງຫວຽດນາມຢູ່ ລາວ, ສະມາຄົມໃຫຍ່ຊາວຫວຽດນາມຢູ່ລາວ, ສະມາຄົມຊາວຫວຽດນາມຢູ່ນະຄອນຫຼວງວຽງຈັນ ພ້ອມກັບບັນດາສະໂມສອນຊາວຫວຽດນາມ, ວິສາຫະກິດຫວຽດນາມຢູ່ລາວ, ສາຫະກິດສ່ວນບຸກຄົນຂອງຊາວຫວຽດນາມຢູ່ລາວ ຈະຈັດພິທີບູຊາບັນພະບຸລຸດ ຮູ່ງເວືອງ ຢູ່ລາວ ເປັນຄັ້ງທໍາອິດ.
ການໂອ້ລົມທາງວິທະຍາສາດພາຍໃຕ້ຫົວຂໍ້ວ່າ: “ຊາວຫວຽດນາມອາໄສຢູ່ຕ່າງປະເທດ ແລະ ມື້ເຮັດບູຊາບັນພະບຸລຸດ ແຫ່ງຫວຽດນາມທົ່ວໂລກ” ແລະ ລາຍການພິທີບູຊາບັນພະບຸລຸດແມ່ນເນື້ອໃນຕົ້ນຕໍເຊິ່ງຈະໄດ້ດໍາເນີນງານພາຍໃນສອງມື້, ແຕ່ວັນທີ 05 - 06 ເມສາ 2019 ໂດຍມີການເຂົ້າຮ່ວມຂອງຊາວຫວຽດນາມອາໄສຢູ່ລາວ, ພະນັກງານຂອງບັນດາອົງການ ແລະ ວິສາຫະກິດ ເຊິ່ງກຳລັງດໍາລົງຊີວິດ, ຮໍ່າຮຽນສຶກສາ ແລະ ເຮັດວຽກຢູ່ລາວ ດ້ວຍຈໍານວນຫຼາຍກວ່າ 300 ຄົນ.
ການຈັດພິທີບູຊາບັນພະບຸລຸດ ຮູ່ງເວືອງ ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມນັບຖືຕໍ່ກັບບັນພະບູລຸດເທົ່ານັ້ນ ແຕ່ຍັງມີການສັ່ງສອນໃຫ້ຫຼາຍຮຸ່ນຄົນຕ້ອງຮູ້ບຸນຄຸນຕໍ່ກັບບັນພະບູລຸດ, ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງກ່ຽວກັບຄຸນງາມຄວມດີຂອງບັນດາເຈົ້າກະສັດຮູ່ງເວືອງ ໃນການສ້າງສາປະເທດຊາດ ແລະ ບັນພະບຸລຸດ ທີ່ມີຄວາມກ້າຫານໃນການຕໍ່ສູ້ກັບພວກສັດຕູທີ່ມາຮຸກຮານເພື່ອປົກປັກຮັກສາປະເທດຊາດໃຫ້ມີຄວາມໝັ້ນຄົງ. ກິດຈະກໍາທາງວັດທະນະທໍາດັ່ງກ່າວໄດ້ປະກອບສ່ວນເຂົ້າໃນພາລະກິດແຫ່ງຄວາມມະຫາສາມັກຄີລະດັບຊາດ, ປຸກລະດົມໃຫ້ຊາວຫວຽດນາມຢູ່ທົ່ວໂລກຕ້ອງຄິດເຖິງປະເທດຊາດ, ບ້ານເກີດເມືອງນອນຢ່າງສະເໝີ.
(ໄຊພອນ)