21:04
|
31/01/2020
ຢາກໄດ້ມີແຟນເປັນຄົນລາວກໍ່ຕ້ອງຮຽນຮູ້ວິທີຕຳໝາກຫຸ່ງລົດແຊບ
ຮ້ານອາຫານ Khao Lao ຢູ່ ຫຼຽວຢາຍ, ຮ່າໂນ້ຍ.
ສວ່ນປະກອບມີ: ໝາກຫຸ່ງດິບຝັກແລ້ວ, ຫົວກະລົດຝັກແລ້ວ, ໝາກຖົ່ງຍາວ, ໝາກເຂືອປ້ອມ, ໝາກເລັ່ນ, ໝາກກະຈູ້
ແລະ ໝາກເພັດດິບເເດງ, ໝາກນາວ, ໝາກກອກ, ປາເເດກ(ສຸກ ຫຼື ດິບກໍ່ໄດ້), ກະທຽມ, ນໍ້າປາ, ນໍ້າຕານ, ແປ້ງນົວ, ຫົວຜັກຫອມຈຽວ, ໝາກຖົ່ວດີນຂົ້ວສຸກ.
ວິທີການເຮັດແມ່ນ: ທຳອິດແມ່ນເອົາກະທຽມ,ໝາກເພັດ,ແປ້ງນົວ,ນໍ້າຕານ ລົງຕຳໃຫ້ແຫຼກ ແລະ ເຂົ້າກັນກ່ອນ. ຈາກນັ້ນຕາມດ້ວຍ ປາແດກ ຫຼື ນໍ້າປາ ແລະບີບນໍ້າໝາກນາວລົງໄປ.
ຕໍ່ໄປເອົາໝາກກອກ,ໝາກເລັ່ນ,ໝາກຖົ່ວ,ໝາກເຂືອ,ໝາກກະຈູ້ ລົງໄປແລ້ວຕຳໃຫ້ເຂົ້າກັນ ແລ້ວຊິມລົດຊາດຕາມໃຈເຮົາມັກເລີຍ.
ຈາກນັ້ນກໍ່ເອົາ ໝາກຫຸ່ງ ແລະ ຫົວກະລົດທີ່ຝັກເປັນເສັ້ນແລ້ວລົງໄປ ແລ້ວຕຳໃຫ້ເຂົ້າກັນທັງໝົດ ແລ້ວຊິມລົດຊາດອີກຄັ້ງ. ສຸດທ້າຍກໍ່ຕັກອອກມາໃສ່ຈານ ແລ້ວໂຮຍໜ້າດ້ວຍ ຫົວຜັກຫອມຈຽວ ແລະ ໝາກຖົ່ວດີນຂົ້ວໃສ່ເລີຍ.
ເທົ່ານີ້ກໍ່ຖືວ່າ ແລ້ວໆ ສຳລັບເມນູຕຳໝາກຫຸ່ງລົດແຊບແບບລາວໆ.
ໃຜທີ່ສົນໃຈກໍ່ສາມາດໄປລອງເຮັດຕາມເບີ່ງໄດ້ ຮັບຮອງວ່າລົດແຊບເດັດຖືກໃຈແນ່ນອນ.
Link: https://huunghivietlao.thoidai.com.vn/detail-article-1814.html
In bài biết