ປະທານາທິບໍດີສະຫະລັດອາເມລິກາຂອບໃຈປະຊາຊົນປະເທດຫວຽດນາມ
![]() |
ສະຫາຍ ມາຍ ຕຽນ ຢູ້ງ ລັດຖະມົນຕີ, ຫົວໜ້າຫ້ອງການສໍານັກງານນາຍົກ ແລະ ບັນດາການນໍາຂັ້ນສູງ ຫວຽດນາມ ໄປສົ່ງປະທານາທິບໍດີສະຫະລັດອາເມລິກາ Donald Trump ທີ່ ສະໜາມບິ່ນ ໂນ້ຍບ່າຍ
![]() |
ທີ່ Tweeter ບຸກຄົນ, ປະທານາທິບໍດີສະຫະລັດອາເມລິກາ Donald Trump ໄດ້ສະແດງຄວາມຂອບອົກຂອບໃຈ ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນ ຟູ ຈ້ອງ, ທ່ານ ນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟູກ ພ້ອມດ້ວຍປະຊາຊົນຫວຽດນາມ. ກ່ອນໜ້ານັ້ນ, ທີ່ ກອງປະຊູມສຸດຍອດຄັ້ງທີສອງ ອາເມລິກາ - ສປປ ເກົາຫຼີ ປະທານາທິບໍດີສະຫະລັດອາເມລິກາ Donald Trump ກໍ່ໄດ້ສະແດງຄວາມຂອບອົກຂອບໃຈລັດຖະບານ ແລະ ປະຊາຊົນຫວຽດນາມ ໃນການສະໜັບສະໜຸນ, ຈັດກອງປະຊູມສຸດຍອດຄັ້ງທີສອງ ອາເມລິກາ - ສປປ ເກົາຫຼີ.
ທ່ານ ນາງ ເລຂາດ້ານຂ່າວສານຂອງທໍານຽບຂາວ Sarah Sanders ກໍ່ໄດ້ໃຫ້ຮູ້ວ່າ ປະທານາທິບໍດີສະຫະລັດອາເມລິກາ Donald Trump ແລະ ປະທານ ສປປ ເກົາຫຼີ Kim Jong-un ທີ່ໄດ້ມີການພົບປະຫາລືເປັນຢ່າງດີ ແລະ ມີຄວາມສ້າງສັນ ທີ່ ນະຄອງຫຼວງຮ່າໂນ້ຍ ສສ ຫວຽດນາມ.
(ໄຊພອນ)