Senegal ປາດຖະໜາຢາກໃຫ້ບັນດາວິສາຫະກິດ ຫວຽດນາມ ລົງທຶນເຂົ້າໃນການປຸງແຕ່ງຜະລິດຕະພັນກະເສດ, ຕ່ຳຫຍິບ
ອົດສະຕາລີ ລົງທຶນ 2,5 ລ້ານ USD ເພື່ອເພີ່ມທະວີການປັບປຸງການປ່ຽນແປງຂອງດິນຟ້າອາກາດຢູ່ ຫວຽດນາມ | |
ຫວຽດນາມ ລົງທຶນເຂົ້າລາວ ຈຳນວນເງິນຫຼາຍກວ່າ 5,47 ຕື້ USD |
ອົງການການຄ້າຫວຽດນາມປະຈຳ Algeria ຄວບຕຳແໜ່ງ Gambia, Mali, Niger, Senegal ແລະ Tunisia ໄດ້ສົມທົບກັບຫ້ອງການການຄ້າ, ອຸດສາຫະກຳ ແລະ ກະສິກຳ ນະຄອນຫຼວງ Dakar ໄດ້ຈັດຕັ້ງກອງປະຊຸມພົວພັນການຄ້າໂດຍກົງ ແລະ ຜ່ານທາງອອນລາຍລະຫວ່າງ ຫວຽດນາມ ແລະ Senegal. ເຂົ້າຮ່ວມກອງປະຊຸມມີວິສາຫະກິດປະມານ 50 ແຫ່ງຂອງສອງປະເທດດຳເນີນທຸລະກິດໃນຫຼາຍຂົງເຂດ.
![]() |
ທ່ານ Mbaye Chimère Ndiaye ແລະ ທ່ານ ຮວ່າງດຶກຍ້ວນ ທີ່ກອງປະຊຸມໃນວັນທີ 14 ທັນວາ. (ພາບ: ອົງການການຄ້າຫວຽດນາມ ປະຈຳ Algeria) |
ທີ່ກອງປະຊຸມ, ທ່ານ Mbaye Chimère Ndiaye, ເລຂາທິການໃຫຍ່ຫ້ອງການການຄ້າ, ອຸດສາຫະກຳ ແລະ ກະສິກຳ ນະຄອນຫຼວງ Dakar ໃຫ້ຮູ້ວ່າ: Senegal ໄດ້ວາງເປົ້າໝາຍການກາຍເປັນພື້ນຖານເສດຖະກິດທີ່ຂຶ້ນໃໝ່ໃນປີ 2035. ນັບແຕ່ປີ 2014, ປະເທດອາຟຼິກາຕາເວັນຕົກໄດ້ຜັນຂະຫຍາຍ “ແຜນການ Senegal ທີ່ຂຶ້ນໃໝ່ “ໄດ້ສະແດງອອກໃນ 3 ທິດທາງຍຸດທະສາດລວມເຖິງຫັນປ່ຽນໂຄງປະກອບດ້ານເສດຖະກິດ, ຊຸກຍູ້ແຫຼ່ງຊັບພະຍາກອນມະນຸດ ແລະ ຍົກສູງຄວາມສາມາດເຄື່ອນໄຫວຂອງລັດ.
ທ່ານ Ndiaye ຕີລາຄາສູງເລື່ອງກະສິກຳ ແລະ ຄວາມສາມາດຂອງຫວຽດນາມ ໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃນບັນດາຂົງເຂດກະສິກຳ ແລະ ອຸດສາຫະກຳຂອງຫວຽດນາມ. ຄວາມຄ້າຍຄືກັນນີ້ແມ່ນກາລະໂອກາດທີ່ບັນດາວິສາຫະກິດເອກະຊົນທັງສອງຝ່າຍຕ້ອງກຳໄດ້ເມື່ອສ້າງຕັ້ງການພົວພັນຄູ່ຮ່ວມມືບົນພື້ນຖານຜົນປະໂຫຍດຂອງສອງຝ່າຍ.
ທ່ານ ຮວ່າງດຶກຍ້ວນ, ທີ່ປຶກສາທູດການຄ້າຫວຽດນາມ ປະຈຳ Algeria ແລະ ພ້ອມກັນຄວບຕຳແໜ່ງ Gambia, Mali, Niger, Senegal ແລະ Tunisia ໃຫ້ຮູ້ວ່າ: 2 ຝ່າຍຕ້ອງຕັ້ງໜ້າຜັນຂະຫຍາຍບັນດາການເຄື່ອນໄຫວສົ່ງເສີມ, ໂຄສະນາເຜີຍແຜ່ກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະຝ່າຍ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນວິສາຫະກິດ, ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດຂອງສອງຝ່າຍເຂົ້າຮ່ວມງານຕະຫຼາດນັດ ແລະ ງານວາງສະແດງສາກົນຄື: Vietnam Expo, Vietnam Food Expo ຂອງຫວຽດນາມ ຫຼື Foire Internationale de Dakar ຂອງ Senegal; ປະສານສົມທົບໃນວຽກການແນະນຳ ແລະ ໜູນຊ່ວຍວິສາຫະກິດຂອງທັງສອງຝ່າຍ ເພື່ອກວດກາຄູ່ຮ່ວມມື ແລະ ໃຫ້ຄຳປຶກສາແກ້ໄຂບັນດາຍາດຊີງທີ່ເກີດຂຶ້ນ.
ດີງເລື້ອງ