ນໍາ ຮວ່ານນກຽມ-ຈັນທະບູລີ ກາຍເປັນແບບຢ່າງການຮ່ວມມືລະຫວ່າງຮ່າໂນ້ຍ ແລະ ວຽງຈັນ (ລາວ) ໂດຍໄວ
ວັນທີ 28 ພະຈິກ, ສະຫາຍ ຫງວຽນວັນຟອງ ຮອງເລຂາພັກນະຄອນ ຮ່າໂນ້ຍ ໄດ້ເປັນປະທານການຕ້ອນຮັບຄະນະຜູ້ແທນເມືອງ ຈັນທະບູລີ (ນະຄອນຫຼວງ ວຽງຈັນ, ສປປ ລາວ) ນຳໂດຍ ສະຫາຍ ດວງຕາ ສຸລິວົງ, ເລຂາພັກເມືອງ, ເຈົ້າເມືອງຈັນທະບູລີ ເຂົ້າຢ້ຽມຂໍ່ານັບ.
ສະຫາຍຮອງເລຂາພັກນະຄອນ ຫງວຽນວັນຟອງ (ທີ່ສາມຈາກເບື້ອງຂວາ) ມອບຂອງຂວັນທີ່ລະນຶກຂອງຄະນະພັກນະຄອນ ຮ່າໂນ້ຍ ໃຫ້ແກ່ຄະນະປະຕິບັດງານ ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ລາວ. ພາບ: ກິ່ງຈີ |
ທີ່ການຕ້ອນຮັບ, ສະຫາຍ ຫງວຽນວັນຟອງ ຢືນຢັນວ່າ: ນະຄອນຫຼວງ ຮ່າໂນ້ຍ ຍາມໃດກໍ່ຖືນະຄອນຫຼວງວຽງຈັນ ແມ່ນຄູ່ຮ່ວມທີ່ເປັນມູນເຊື້ອ; ຫວັງວ່າ ເມືອງຮວ່ານກຽມ ແລະ ເມືອງຈັນທະບູລີ ຈະປຶກສາຫາລື ແລະ ກຳນົດເນື້ອໃນການຮ່ວມມືໃນໄລຍະຈະມາເຖິງ ຕາມທິດເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງແຕ່ລະທ້ອງຖິ່ນ... ເຊັ່ນ: ພັດທະນາອຸດສາຫະກຳວັດທະນະທຳສົມທົບກັບການທ່ອງທ່ຽວ ແລະ ການຄ້າການບໍລິການ; ພັດທະນາແຫຼ່ງຊັບພະຍາກອນມະນຸດ, ແລກປ່ຽນຄູອາຈານ, ປະສົບການ, ແບບຢ່າງ ແລະ ວິທີການຄຸ້ມຄອງໂຮງຮຽນ; ການຫັນເປັນດີຈີຕອນໃນການກໍ່ສ້າງລະບົບອໍານາດການປົກຄອງ...
ເນັ້ນໜັກວ່າ ນີ້ແມ່ນບັນດາຂົງເຂດທີ່ເມືອງ ຮວ່ານກຽມ ບັນລຸໄດ້ບັນດາໝາກຜົນທີ່ໜ້າສົ່ງເສີມໃນໄລຍະຜ່ານມາ, ສະຫາຍ ຫງວຽນວັນຟອງ ສະເໜີໃຫ້ການນຳເມືອງ ຈັນທະບູລີ ສືບຕໍ່ຄົ້ນຄວ້າບັນດາບົດບັນທຶກຊ່ວຍຈຳຮ່ວມມື ແລະຕັ້ງໜ້າ ສະເໜີບັນດາຂົງເຂດຮ່ວມມືຕື່ມອີກຕາມຄວາມຕ້ອງການຕົວຈິງ.
ສະຫາຍ ດວງຕາ ສຸລິວົງ ຕີລາຄາສູງຂໍ້ສະເໜີຂອງທ່ານຮອງເລຂາພັກນະຄອນ ຮ່າໂນ້ຍ; ຢືນຢັນບັນດາຄຳຊີ້ນໍາ ແລະການແບ່ງປັນສະແດງໃຫ້ເຫັນວ່າ ການນຳນະຄອນ ຮ່າໂນ້ຍ ມີຄວາມເອົາໃຈໃສ່ທີ່ສຸດໃນການຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ທ້ອງຖິ່ນ. ສະຫາຍ ດວງຕາ ສຸລິວົງ ກໍ່ໃຫ້ຄຳໝັ້ນສັນຍາຈະຊຸກຍູ້ເພື່ອໃຫ້ການພົວພັນນີ້ບັນລຸປະສິດທິຜົນສູງສຸດຢ່າງບໍ່ຢຸດຢັ້ງ.
ບູນມີ